ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນິງທ້ວນ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນິງທ້ວນ - ảnh 1

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ນິງທ້ວນ

(vovworld) - ວັນ​ທີ 5/7, ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ນິງທ້ວນ ກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ - ສັງຄົມ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ການ​ກໍ່ສ້າງ​ພັກ.

        ຕອນ​ບ່າຍ​ວັນ​ທີ 5/7, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຄວນບຸລິ​ມາ​ສິດ​ພັດທະນາ ກາຍ​ເປັນ​ສູນ​ພະລັງງານ​ສະອາດ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ປະ​ເທດ. ທາງ​ແຂວງ​ຄວາມ​ເສີມ​ຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ເສດຖະກິດ​ທະ​ເລ, ພະລັງງານ​ຜະລິດ​ຄືນ​ໄໝ່, ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ກະ​ສີ​ກຳ​ດ້ວຍ​ເຕັກ​ໂນ​ໂລ​ຢີສູງ.

        ກ່ອນ​ໜ້າ​ນັ້ນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ​ເມື່ອ​ຢ້ຽມຢາມ​ໂອ້​ລົມ​ກັບ​ພະນັກງານ, ປະຊາຊົນ​ຕາ​ແສງ​ເຟືອ​ກ ດ້າຍ, ​ເມືອງ​ບາກ​ອ໋າຍ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ປ່ຽນ​ແປງ, ຄວາມ​ກ້າວໜ້າ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າຢູ່ທີ່ນີ້. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ປາຖະໜາ​ວ່າ ​ເມືອງ​ບາກ​ອ໋າຍ ​ແລະ ຕາ​ແສງ​ເຟືອ​ກດ້າຍ ທີ່​ອົງອາດ​ກ້າຫານ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນຈະ​ກາຍ​ເປັນ​ວິລະ​ຊົນ​ໃນ​ໄລຍະ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ໄປ​ສຳ​ຫຼວດສາຍ​ທາງ​ແຄມ​ທະ​ເລ​ຂອງ​ແຂວງ​ນິງທ້ວນ.

 

ຂ່າວ/ບົດ​ອື່ນ