ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ

(VOVWORLD) -ວັນທີ 8 ກໍລະກົດ ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງ ຄວາມໝາຍ ແລະ ລະດັບຄວາມສຳຄັນຂອງເລື່ອງ ສອງປະເທດຈັດຕັ້ງການສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ. 
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ

ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ຫວຽດນາມ ສະຫນັບສະຫນູນ ກິດຈະການປ່ຽນແປງໃຫມ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ ແລະ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງ ພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ໂດຍທ່ານນາງ ປານີ ຢາທໍ່ຕູ້ ເປັນປະທານ, ປະເທດລາວ ແລະ ປະຊາຊົນລາວ ສືບຕໍ່ຍາດໄດ້ຜົນງານໃຫມ່ຫລາຍຢ່າງ, ໃຫຍ່ຫລວງກວ່າເກົ່າ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເຫນີ: ໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ວິຊາສະເພາະໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນຫລາຍບັນຫາໃຫຍ່ຂອງປະເທດຊາດ, ເພີ່ມທະວີການກວດກາ, ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ນັບທັງບັນດາວິສາຫະກິດໃນການຜັນຂະຫຍາຍປະຕິບັດບັນດາຖະແຫລງການຮ່ວມຫວຽດນາມ - ລາວ ແລະບັນດາຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ,ສັນຍາການຮ່ວມມືລະຫວ່າງສອງລັດຖະບານ. ທ່ານເລຂາທິການໃຫຍ່ ສະເຫນີ ສອງຝ່າຍສົມທົບຢ່າງແຫນ້ນແຟ້ນ ຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ ແລະລາວ.

 

ຕອບກັບ

ຂ່າວ/ບົດ​ອື່ນ