ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ)


​​(vovworld) - ຕອນ​ບ່າຍ​ວັນ​ທີ 09/07, ຢູ່​ນະຄອນ​ນິວຢອກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ແລະ ນັກ​ສຶກສາຫວຽດນາມ ​ທີ່​ພວມ​ຮໍ່າຮຽນ​ຢູ່​ອາ​ເມ​ລິ​ກາ. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​​ໃຫຍ່ ​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາ​ຜົນງານ​ສຳຄັນ​ເຊິ່ງຫວຽດນາມ ຍາດ​ມາ​ໄດ້​​. ​ເສດຖະກິດ​ນັບ​ມື້​ນັບພັດທະນາ, ຊີ​ວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ມີ​ຄວາມ​ໝັ້ນຄົງ ​ໄດ້​ສ້າງ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ມີ​ທ່ີ​ຕັ້ງ, ບົດບາດ​ນັບ​ມື້​ນັບ​ສູງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ​ຄື​ປະຈຸ​ບັນ. ກາ​ນພົວພັນ​ທາງ​ການ​ທູດ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ໃຫຍ່ ​ແລະ ສຳຄັນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ການ​ພົວພັນ​ກັບປະ​ເທດ​ອື່ນໆນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ. ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດນັ້ນ ​ໄດ້​ມີ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ອາ​ເມລິ​ກາ ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງ​ນີ້ ຊິ່ງ​ຖືກ​ດຳ​ເນີນກົງ​ກັບ​ໂອກາດ 2 ປະ​ເທດ​ຈັດ​ຕັ້ງ​ການສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ດ້ວຍ​ຈິດ​ໃຈ​ປະລະ​ອະດີດ​ໄວ້, ມຸ່ງ​ໄປ​ສູ່ອະນາຄົດ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ລະອຽດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ພົບ​ພັນ​ຄູ່​ຮ່ວມ​ມື​ຮອບ​​ດ້ານ​ເລິກ​ເຊິ່ງຂຶ້ນ​​ເຕີມ, ​ເຊິ່ງ​ໄດ້​ສະ​ແດງ​ອອກ​​ໃນ​ຖະ​ແຫຼ​ງການວິ​ໄສ​ທັດ​​ຮ່ວມຫວຽດນາມ - ອາ​ເມ​ລິ​ກາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ປາດ​ຖະໜາ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມລິ​ກາ ຍາມ​ໃດ​ກໍ​ສາມັກຄີ​ກັນ, ​ຜ່ານ​ບັນດາ​ວຽກ​ງານ​ແທດ​ຈິງ​ຈະເຮັດ​ໃຫ້ຊາດ​ຫວຽດນາມ ນັບ​ມື້​ນັບ​ສົດ​​ໃສ​ກວ່າ. ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ກ່າ​ວວ່າ.

      “​​ໄປ​ໄສ, ອາ​ໄສ​ຢູ່​ແຫ່ງ​ໃດ, ​ໃນ​ບໍ່​ວ່າ​ສະພາບການ​ໃດ ຍາມ​ໃດ​ກໍ່​ຄິດ​ວ່າ​ເຮົາ​ເປັນຄົນ​ຫວຽດນາມ. ຊາວ​ຫວຽດນາມ ​ມີ​ຈຸດ​ອ່ອນ​ຂອງ​ຊາວ​ຫວຽດນາມ ​ແຕ່ຊາວ​ຫວຽດນາມ ມີ​ຈຸດ​ສະ​ເພາະຂອງ​ຕົນ​ທີ່​ໜ້​າເອກ​ອ້າງ​ຖະນົງ​ໃຈ; ຮັກ​​ເຊື້ອ ​ແພງຊາດ, ອຸ້ມຊູຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ… ຫວັງ​ວ່າຍາມ​ໃດ​​ພໍ່​​ແມ່​ປະຊາຊົນ ກໍ​ຄິດ​ວ່າ​ເຮົາ​ເປັນ​ຄົນ​ຫວຽດນາມ. ມີ​ເງື່ອນ​ໄຂ​ທາງ​ດ້ານ​ວັດຖຸ ຈະ​ປະ​ກອບ​ເຫື່ອ​ແຮງ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ. ມີ​ເງື່​ອນ​ໄຂ​ດ້ານ​ຈິດ​​ໃຈ, ຄວາມ​ສາມາດ, ມີນ້ຳ​ໃຈ ກໍ​ແວາຍ​ໜ້າ​ສູ່ປະ​ເທດ​ຫວຽດນາມ ນີ້​ເປັນ​ການ​ດີ​ແລ້​ວ. ປະຕິບັດ​ວຽກ​ງານ​ໂຄສະນາ​ອອກ​ສູ່​ຕ່າງປະ​ເທດ, ​ແນະນຳ, ​​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ​ ​ແລະ ພື້ນຖານ​ວັດທະນະທຳ​ຫວຽດນາມ ອອກ​ສູ່​ຕ່າງປະ​ເທດ”​.

ຂ່າວກ່ຽວຂ້ອງ
ຂ່າວ/ບົດ​ອື່ນ