ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ ຫງວຽນ​ບ໊າ​ຮຸ່ງ: ການ​ຢ້ຽມ​ຢາມ​ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ມີ​ໜຶ່ງ​ບໍ່​ມີ​ສອງ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) - ການຢ້ຽມຢາມລາວຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ຂອງທ່ານປະທານປະເທດ ໂຕເລິມ ພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ສສ.ຫວຽດນາມ ຈາກສະພາແຫ່ງຊາດ ຫວຽດນາມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ ຫງວຽນ​ບ໊າ​ຮຸ່ງ: ການ​ຢ້ຽມ​ຢາມ​ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ມີ​ໜຶ່ງ​ບໍ່​ມີ​ສອງ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ  (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ສສ.ຫວຽດນາມ ຈະມີການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ໃນລະຫວ່າງວັນທີ 11 – 12 ກໍລະກົດ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ແລ້ວ, ການຢ້ຽມຢາມລາວຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ຂອງທ່ານປະທານປະເທດ ໂຕເລິມ ພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ສສ.ຫວຽດນາມ ຈາກສະພາແຫ່ງຊາດ ຫວຽດນາມ ໃນ ເດືອນມິຖຸນາ ຜ່ານມາ. ທ່ານໃຫ້ຮູ້ວ່າ:

ເລື່ອງເລືອກເອົາປະເທດລາວ ແມ່ນປະເທດທຳອິດໄປຢ້ຽມຢາມ ພາຍຫຼັງຮັບດຳລົງຕຳແໜ່ງປະທານປະເທດ ໄດ້ສະແດງໃຫ້ເຫັນວ່າ ພັກ ແລະ ລັດຫວຽດນາມ  ມີທັດສະນະສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງທີ່ສຸດ ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ. ຜ່ານການຢ້ຽມຢາມນີ້, ພັກ, ລັດ ຫວຽດນາມ ປາດຖະໜາຢາກ ສົ່ງສານກ່ຽວກັບການພົວພັນແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງ ລະຫວ່າງ ຫວຽດນາມ ແລະ ລາວອອກສູ່ໂລກ; ຢັ້ງຢືນຄວາມຕັດສິນໃຈ ພ້ອມກັບລາວ ນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ