ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດກູບາ-ຫວຽດນາມຄັ້ງທີ 4

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດສ.ກູບາ Marcelino Medina Gonzalez ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 04 – 06 ກັນຍາ.

ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດກູບາ-ຫວຽດນາມຄັ້ງທີ 4 - ảnh 1 ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດກູບາ-ຫວຽດນາມຄັ້ງທີ 4

(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ວັນທີ 05 ກັນຍາ, ທ່ານຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດສ.ກູບາ Marcelino Medina Gonzalez ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດກູບາ - ຫວຽດນາມ ຄັ້ງທີ 4 ເຊິ່ງຖືກດຳເນີນຢູ່ຮ່າໂນ້ຍ. ທີ່ກອງປະຊຸມທາບທາມຄຳເຫັນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມຫງອກ ໄດ້ຍົກອອກບັນດາຂໍ້ສະເໜີໃຫ້ກອງປະຊຸມທາບທາມຄຳເຫັນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກທ່ານ Marcelino Medina Gonzalez.

        “ພວກເຮົາພ້ອມກັນກວດກາຄືນການພົວພັນລະຫວ່າງ 2 ປະເທດ, ກໍຄືແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ກໍຄືລະຫວ່າງກະຊວງການຕ່າງປະເທດ. ພາກທີ 2 ແມ່ນແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ”.

        ສ່ວນທ່ານ ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດສ.ກູບາ Marcelino Medina Gonzalez ກໍ່ຢືນຢັນວ່າ, ຄວນຮັກສາ ແລະ ສືບຕໍ່ຍົກສູງປະສິດທິຜົນກົນໄກທາບທາມຄຳເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ