ທ່າໄດ້ປຽບຂອງ ຫວຽດນາມ ໃນບັນຫາ ຕາເວັນອອກແມ່ນການ ສະໜັບສະໜູນຂອງຫາງສຽງສາກົນ

ທ່າໄດ້ປຽບຂອງ ຫວຽດນາມ ໃນບັນຫາ ຕາເວັນອອກແມ່ນການ ສະໜັບສະໜູນຂອງຫາງສຽງສາກົນ - ảnh 1
ທ່ານ ດຣ Edward Miller ອາຈານ​ສອນ​ວິຊາ​ປະຫວັດສາດ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ ​ແລະ ປະຫວັດສາດ​ຫວຽດນາມ​ຢູ່​ມະຫາ ວິທະຍາ​ໄລ Dartmouth ລັດ New Hamshire ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ

(vovworld)- ຕີ​ລາຄາ​ກ່ຽວ​ກັບ​ເລື່ອງຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານ ດຣ Edward Miller ອາຈານ​ສອນ​ວິຊາ​ປະຫວັດສາດ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ ​ແລະ ປະຫວັດສາດ​ຫວຽດນາມ​ຢູ່​ມະຫາວິທະຍາ​ໄລ Dartmouth ລັດ New Hamshire ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ ຖື​ວ່າ : “ທາງ​ດ້ານ​ຫາງ​ສຽງ​ສາກົນ, ຂ້າພະ​ເຈົ້າ​ຖື​ວ່າ ການ​ສະໜັບສະໜູນ​ແມ່ນ​ພວມ​ສະຫງວນ​ໃຫ້​ຝ່າ​ຍຫວຽດນາມ. ຜູ້​ຄົນ​ທັງຫຼາຍ​​ເມື່ອສັງ​ເກດ​ບັນດາ​ການ​ກະທຳ​ຂອງ​ຈີນ​ບໍ່​ພຽງ​ແຕ່​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເທ​ົ່ານັ້ນ, ຫາກ​ຍັງ​ຢູ່​ທະ​ເລ​ຮວາ​ຕຸ​ງອີກ​ດ້ວຍນັ້ນ, ກໍ​ລ້ວນ​ແຕ່​ເຫັນ​ວ່າ ປັກ​ກິ​ງພວມ​ເດີນ​ຕາມ​ຮູບ​ແບບ​ແຜ່​ກ້ວາງ​ບົນ​ທະ​ເລ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກລະ​ແວງ​ສົງ​ໄສ​ຈີນ. ດັ່ງ​ນັ້ນ ທ່ານ​ໄດ້​ປຽບ​ຂອງ​ຫວຽດນາມ​ແມ່ນ​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຈາກ​ສາກົນ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ” . ທ່ານ ດຣ Edward Miller ຖື​ວ່າ ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ ​ແມ່ນ​ບໍ່​ເພື່ອ​ຈຸດປະສົງ​ເສດຖະກິດ​ເທົ່າ​ນັ້ນ, ຫາກຍັງ​ຊ້ອນ​ແຝງ​ຈຸດປະສົງ​ດ້ານ​ການ​ເມືອງ​. ປັກ​ກິ​ງພວມ​ໃຊ້​ທ່າ​ດີ​ຄວາ​ມ​ເຂັ້ມ​ແຂງ​ດ້ານ​ການ​ທະຫານ​ເພື່ອ​ຊອກ​ຫາວ​ິທີປ່ຽນ​ແປງສະພາບ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ຜົນ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮັບ​ແມ່ນ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ນີ້​ບົນ​ເວທີ​ສາກົນ. ຕາມ​ທ່ານ​ແລ້ວ​, ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຢ່່າງ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່ທີ່​ສຸດ​ກ່ຽວ​ກັບ​ບັນດາ​ເສລີພາບ​ໃນ​ການ​ທະ​ເລ ​ແລະ ພົວພັນ​ຄ້າ​ຄ້າຍ​ບົນ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ