ນັກ​ຊ່ຽວ​ຊານ ນິ​ວ​ຊີ​ແລນ: ຫວຽດ​ນາມ ແມ່ນ​ສູນ​ການ​ຄ້າ ແລະ ການປ່ຽນ​ແປງ​​ໃໝ່ ຂອງ ອາ​ຊີ -ປາ​ຊີ​ຟິກ

(VOVWORLD) - ພາຍຫຼັງ ໄລຍະເວລາເກືອບ 50 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ (1975), ນິວຊີແລນ ແລະ ຫວຽດນາມ ໄດ້ຊຸກຍູ້ການພົວພັນຢ່າງຮອບດ້ານໃນບັນດຂົງເຂດ.
ນັກ​ຊ່ຽວ​ຊານ ນິ​ວ​ຊີ​ແລນ: ຫວຽດ​ນາມ ແມ່ນ​ສູນ​ການ​ຄ້າ ແລະ ການປ່ຽນ​ແປງ​​ໃໝ່ ຂອງ ອາ​ຊີ -ປາ​ຊີ​ຟິກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ມີການຢ້ຽມຢາມ ນິວຊີແລນຢ່າງເປັນທາງການ ໃນລະຫວ່າງວັນທີ 9 - 11 ມິນາ. ຕາມທ່ານນາງ Suz Jessep ຜູ້ອຳນວຍການຝ່າຍບໍລິຫານຂອງກອງທຶນອຊີ - ນິວຊີແລນແລ້ວ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ທັງ ນິວຊີແລນ  ແລະ ຫວຽດນາມ ເພີ່ມທະວີກ່ານພົວພັນຢູ່ລະດັບສູງທີ່ສຸດ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສຳຄັນ ຂອງທັງສອງປະເທດ.

ທ່ານນາງ Suz Jessep ໄດ້ຕີລາຄາວ່າ ພາຍຫຼັງ ໄລຍະເວລາເກືອບ 50 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ (1975), ນິວຊີແລນ ແລະ ຫວຽດນາມ ໄດ້ຊຸກຍູ້ການພົວພັນຢ່າງຮອບດ້ານໃນບັນດຂົງເຂດຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກິລາ, ວິທະຍາສາດ ແລະ ສິລະປະ. ທ່ານນາງ Suz Jessep ໃຫ້ຂໍ້ສັງເກດວ່າ ປັດຈຸບັນ ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນສູນການຄ້າ ແລະ ປ່ຽນແປງໃໝ່ຂອງພາກພື້ນ ແລະ ນິວຊີແລນ ອາດຈະຮ່ຳຮຽນຫຼາຍບົດຮຽນປະສົບການຈາກ ຫວຽດນາມ ຜ່ານນັ້ນ ສອງປະເທດພ້ອມກັນຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແກ້ໄຂບັນດາສິ່ງທ້າທາຍຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ