ນັກຊ່ຽວຊານກ່າວເຕືອນ ມາເລເຊຍ ກ່ຽວກັບບັນດາຜົນເສຍຫາຍຖ້າບໍ່ເຂົ້າຮ່ວມສັນຍາ CPTPP

(VOVWORLD) - ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Deborah Elms, ຜູ້ອຳນວຍການບໍລິຫານສູນກາງຄ້າ ອາຊີ ທີ່ການປຶກສາຫາລືໂຕະມົນກ່ຽວກັບ “ເສດຖະກິດເຕັກນິກດີຈີຕອນ ອາຊຽນ

ບັນດາບໍລິສັດຂອງ ມາເລເຊຍ ຈະມີຜົນເສຍຫາຍອັນໃຫຍ່ຫຼວງ ແລະ ມາເລເຊຍ ຈະເສຍໃຫ້ ຫວຽດນາມ ກ່ຽວກັບເລື່ອງດຶງດູດການລົງທຶນດ້ານການຄ້າຖ້າຫາກວ່າ Kuala Lumpur ບໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Deborah Elms, ຜູ້ອຳນວຍການບໍລິຫານສູນການຄ້າ ອາຊີ ທີ່ການປຶກສາຫາລືໂຕະມົນກ່ຽວກັບ “ເສດຖະກິດເຕັກນິກດີຈີຕອນ ອາຊຽນ: ການລົງທຶນ, ບັນດາຊ່ອງຫວ່າງ ແລະ ບັນດາຜົນກະທົບຂອງນະໂຍບາຍ” ທີ່ຈັດຕັ້ງຢູ່ ກົວລາລຳເບີ ໃນວັນທີ 12 ກໍລະກົດ. ຕາມທ່ານນາງ Deborah ແລ້ວ, CPTPP ຈະມີຜົນປະໂຫຍດພິເສດແມ່ນສຳລັບບັນດາວິສາຫະກິດຂະໜາດນ້ອຍຍ້ອນມີກະແສສິນຄ້າ, ການບໍລິການຢ່າງຕໍ່ເນື່ອງ ແລະ ການລົງທຶນກໍ່ຄືການອາລັກຂາຊັບສິນທາງປັນຍາ. ທ່ານນາງ Deborah ຖືວ່າ: ຫວຽດນາມ ມີທ່າໄດ້ປຽບກ່ຽວກັບຄ່າແຮງງານຖືກ ແລະ ບາງຂົງເຂດມີທ່າແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ມາເລເຊຍ ກໍ່ມີທ່າແຮງກ່ຽວກັບລະດັບຄວາມຮູ້ຂອງກຳມະກອນໃນບາງຂົງເຂດ, ກໍ່ຄືລະບົບພື້ນຖານໂຄງລ່າງ ແລະ ລະບົບທ່າກ່ຳປັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ