ນັກຊ່ຽວຊານສາກົນຍ້ອງຍໍຊົມເຊີຍຜົນງານການພັດທະນາເສດຖະກິດຂອງ ຫວຽດນາມ

(VOVWORLD) - ໜັງສືພິມ Times of India ຂອງ ອິນເດຍ ຫາກໍ່ຄັດສະເໜີບົດຂຽນຂອງທ່ານ S D Pradhan, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ໂດຍເນັ້ນໜັກວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຕົວ ດ້ວຍແງ່ຫວັງທີ່ເປັນໜ້າຊື່ນຊົມ ແລະ ເລື່ອງລາວກ່ຽວກັບການເຕີບໂຕເສດຖະກິດຂອງ ຫວຽດນາມ ປຽບເໝືອນດັ່ງ “ອະພິນິຫານ”.
ນັກຊ່ຽວຊານສາກົນຍ້ອງຍໍຊົມເຊີຍຜົນງານການພັດທະນາເສດຖະກິດຂອງ ຫວຽດນາມ - ảnh 1ພາບປະກອບ/ kinhtedothi.vn

        ຕາມນັກຊ່ຽວຊານ Pradhan ແລ້ວ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ຫວຽດນາມ ໄດ້ຮັບການຄາດຄະເນວ່າ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕ 4,8% ໃນປີ 2020 ແລະ ຈະຟື້ນຕົວຢູ່ໃນລະດັບ 6,8% ໃນປີ 2021 ດ້ວຍເງື່ອນໄຂແມ່ນສາມາດຄວບຄຸມໂລກລະບາດໄດ້.

        ນັກຊ່ຽວຊານ Pradhan ໄດ້ຄັດສະເໜີການຕີລາຄາຂອງເວທີປາໄສເສດຖະກິດໂລກ (WEF) ທີ່ຖືວ່າ: ການຟື້ນຟູຂອງພື້ນຖານເສດຖະກິດ ແມ່ນຍ້ອນ ຫວຽດນາມ ໄດ້ຍູ້ແຮງການຫັນການຄ້າເປັນເສລີ, ປະຕິບັດການປະຕິຮູບ ກໍ່ຄືລົງທຶນຢ່າງແຮງເຂົ້າແຫຼ່ງທຶນ, ຊັບພະຍາກອນມະນຸດ ແລະ ກຳລັງວັດຖຸ, ຕົ້ນຕໍແມ່ນຜ່ານບ້ວງເງິນລົງທຶນສາທາລະນະ. ເສດຖະກິດ ຫວຽດນາມ ໄດ້ຮັບການຕີລາຄາວ່າ ພັດທະນາຢ່າງວ່ອງໄວ ແລະ ບືນຕົວຂຶ້ນໃຫ້ມີລະບັບລາຍຮັບສະເລ່ຍປານກາງ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນປີ 2019, ລະດັບຄວາມໄວການເຕີບໂຕເສດຖະກິດຂອງ ຫວຽດນາມ ແມ່ນຫລາຍກ່ວາ 7% ສູງກ່ວາຫລາຍປະເທດໃນພາກພື້ນ ອາຊີ.

        ແລະໃນວັນທີ 23 ກໍລະກົດ, ທະນາຄານ Standard Chartered ຫາກໍ່ປະກາດບົດລາຍງານການຄົ້ນຄວ້າທົ່ວໂລກໄຕມາດ 2 ປີ 2020 ທີ່ມີຫົວຂໍ້ວ່າ “The aftershock”. ຕາມບົດລາຍງານດັ່ງກ່າວແລ້ວ, ທະນາຄານ Standard Chartered ໄດ້ຍົກອອກການຄາດຄະເນຕໍ່ພື້ນຖານເສດຖະກິດ ຫວຽດນາມ ວ່າຈະເຕີບໂຕ 3% ໃນປີ 2020 ແລະ ແມ່ນລະດັບເພີ່ມຂຶ້ນຕ່ຳທີ່ສຸດໃນຫລາຍປີມານີ້ ຍ້ອນຄວາມຕ້ອງການຂອງຕະຫລາດໂລກຫລຸດລົງ.

        ທ່ານ Chidu Narayanan, ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ. ພ້ອມກັນນັ້ນ, ບັນດາສິ່ງທ້າທາຍຈາກພື້ນຖານເສດຖະກິດທົ່ວໂລກຈະເຮັດໃຫ້ລະດັບຄວາມໄວການເຕີບໂຕຫລຸດລົງສ່ວນໃດສ່ວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ