ນັກທຸລະກິດ ອັກຊັງຕິນ ຕີລາຄາຕັ້ງໜ້າກ່ຽວກັບສະພາບແວດລ້ອມການລົງທຶນຢູ່ ຫວຽດນາມ

(VOVWORLD) - ໃນບົດຂຽນດ້ວຍຫົວຂໍ້ “ລົງທຶນເຂົ້າ ຫວຽດນາມ, ຕະຫຼາດມີພື້ນຖານເສດຖະກິດສະຖຽນລະພາບ”, ນັກຂ່າວ Gabriela Origlia ໄດ້ຄັດສະເໜີຄຳເຫັນຂອງນັກທຸລະກິດ ອັກຊັງຕິນ ບາງທ່ານ ທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ.

ວັນທີ 13 ກຸມພາ, ໜັງສືພິມແຖວໜ້າຂອງ ອັງຊັງຕິນ La Nacion ມີບົດຂຽນແບ່ງປັນບົດຮຽນຂອງນັກທຸລະກິດ ອັກຊິງຕິນ ທີ່ລົງທຶນຢູ່ ຫວຽດນາມ ແລະ ຮຽກຮ້ອງໃຫ້ວິສາຫະກິດປະເທດນີ້ໃຫ້ຄວາມສົນໃຈເຖິງຕະຫຼາດ ຫວຽດນາມ.

        ໃນລາຍການ “ດຳເນີນທຸລະກິດໃນໂລກ”, ໜັງສືພິມ La Nacion ໄດ້ໃຫ້ຂໍ້ມູນວ່າ: ຫວຽດນາມ ແມ່ນພື້ນຖານເສດຖະກິດໃຫຍ່ທີ 10 ຢູ່ ອາຊີ, ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ບັນລຸກ່ວາ 410 ຕື້ ໂດລາສະຫະລັດ ແລະ ຄາດຄະເນວ່າຈະເຕີບໂຕເຖິງ 6,5% ໃນປີນີ້. ໃນບົດຂຽນດ້ວຍຫົວຂໍ້ “ລົງທຶນເຂົ້າ ຫວຽດນາມ, ຕະຫຼາດມີພື້ນຖານເສດຖະກິດສະຖຽນລະພາບ”, ນັກຂ່າວ Gabriela Origlia ໄດ້ຄັດສະເໜີຄຳເຫັນຂອງນັກທຸລະກິດ ອັກຊັງຕິນ ບາງທ່ານ ທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ. ຕາມນັກທຸລະກິດ Guillermo Cena, ຜູ້ທີ່ໄດ້ບໍລິຫານບໍລິສັດສົ່ງອອກ ນຳເຂົ້າຜະລິດຕະພັນຈາກ ອັກຊັງຕິນ ແຕ່ 5 ປີມານີ້ ແລະ ແມ່ນເຈົ້າຂອງ ບັນດາຮ້ານຂາຍເຄື່ອງຊື່ວ່າ Del Plata Argentina Market ຢູ່ນະຄອນ ໂຮ່ຈີມິນ ແລ້ວ, ດ້ວຍຈຳນວນປະຊາກອນປະມານ 100 ລ້ານຄົນ, ຫວຽດນາມ ແມ່ນຕະຫຼາດ ທີ່ມີກາລະໂອກາດລົງທຶນ ແລະ ຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດາຜະລິດຕະພັນ ແລະ ການບໍລິການ ອັກຊັງຕິນ, ໃນນັ້ນ ມີລູກຄ້າພາກສ່ວນໜຶ່ງ ຕ້ອງການ “ສະບຽງອາຫານ ທີ່ມີຄຸນນະພາບສູງ”.

ຕອບກັບ

ຂ່າວ/ບົດ​ອື່ນ