ນັກລົງທຶນຕ່າງປະເທດນັບມື້ນັບສົນໃຈເຖິງຂະແໜງຂາຍຍ່ອຍຫວຽດນາມ

ນັກລົງທຶນຕ່າງປະເທດນັບມື້ນັບສົນໃຈເຖິງຂະແໜງຂາຍຍ່ອຍຫວຽດນາມ - ảnh 1
ສູນ​ການ​ຄ້າ Aeon Mall 
(ພາ​ບ: Hoàng Hải-TTXVN)

(vovword)- ​ຕາມ​ການ​ສັງ​ເກດ​ຂອງ​ໜ໋ວຍ​ງານ​ຄາດ​ຄະ​ເນ, ໄຈ້​ແຍກ ແລະ ​ໃຫ້​ຄຳ​ປຶກ​ສາ​ດ້ານ​ຄວາມສ່ຽງ​ໄພ (EIU) ສັງ​ກັດ​ກຸ່ມ​ບໍ​ລິ​ສັດ “ The Economist ” ( ອັງ​ກິດ ) ແລ້ວ, ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ພວມ​ນັບ​ມື້​ນັບ​ສົນ​ໃຈ​ເຖິງ​ຂົງ​ເຂດ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ ເຊິ່ງ​ໄດ້​ຕັດ​ສິນ​ເປີດ​ ຮ້ານ​ຂາຍ​ເຄື່ອງ ​ຂອງ​ບໍ​ລິ​ສັດ Hennes & Mauritz ( H&M ) ແມ່ນ​ຕົວ​ຢ່າງ​ໃໝ່​ສຸດ. ຕາມ​ການ​ສັງ​ເກດ​ຂອງ EIU ແລ້ວ, ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈະ​ແຈ້ງ​ ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ. ກຸ່ມ​ບໍ​ລິ​ສັດ​ດຳ​ເນີນ​ທຸ​ລະ​ກິດ​​ຮ້ານສັບ​ພະ​ສິນ​ຄ້າ Aeon ຂອງ​ຍີ່​ປຸ່ນ ​ຫວ່າງມໍ່ໆ​ມານີ້ ໄດ້​ຕັດ​ສິນ​ໃຈ​ກາຍ​ເປັນ​ຜູ້​ຖື​ຫຸ້ນ​ຍຸດ​ທະ​ສາດ​ຂອງ​ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ Fivimart ແລະ ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ Citimart. EIU ຖື​ວ່າ ລະ​ດັບ​ຄວາມ​ສົນ​ໃຈ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງວົງ​ການ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ສຳ​ລັບ​ຕະຫຼາດ​ຂາຍ​ຍ່ອຍ​ຫວຽດ​ນາມ ບໍ່​ແມ່ນ​ສິ່ງ​ທີ່​ບັງ​ເອີນ. ຂົງ​ເຂດ​ຂາຍ​ຍ່ອຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ ສະ​ເລ່ຍ 13%ຕໍ່​ປີ ໃນ​ໄລ​ຍະ​ປີ 2012-2016. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ລະ​ດັບ​ລາຍ​ຈ່າຍ​ຂອງ​ຜູ້​ຊົມ​ໃຊ້ ອາດ​ຈະ​ເພີ່ມ​ຂຶ້ນ​ແຮງ​ໃນ​ຮອບ 5 ປີ​ຈະ​ມາ​ເຖິງ ( 2017-2021 ) ຍ້ອນ​ມີ​ບັນ​ດາ​ເງື່ອນ​ໄຂ​ທີ່​ສະ​ດວກ​ກ່ຽວ​ກັບ​ປະ​ຊາ​ກອນ.


ຂ່າວ/ບົດ​ອື່ນ