ນັກສິລະປິນດັ້ງທ໋າຍເຊີນສະແດງຢູ່ຫວຽດນາມໃນລະຫວ່າງວັນທີ9-10/3

ນັກສິລະປິນດັ້ງທ໋າຍເຊີນສະແດງຢູ່ຫວຽດນາມໃນລະຫວ່າງວັນທີ9-10/3 - ảnh 1
ນັກ​ສິລະ​ປິນປະຊາຊົນ ດັ້ງ​ທ໋າຍ​ເຊີນ
(ພາບອິນເຕີແນັດ)

(vovworld) – ​ ນັກ​ສິລະ​ປິນປະຊາຊົນ ດັ້ງ​ທ໋າຍ​ເຊີນ ຈະ​ກັບ​ເມື່ອ​ປະ​ເທດ ​ແລະ ສະ​ແດງ​ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ​ໃນ​ຕອນ​ຄ່ຳ​ວັນ​ທີ 9 – 10/03. ວັນ​ທີ 15/02, ວົງ​ດົນຕີປະສານ​ສຽງ ຫວຽດນາມ ​ໃຫ້​ຮູ້​ວ່າ: ​​ຕອນ​ຄ່ຳ​ວັນ​ທີ 10/03, ຜູ້​ຊົມຈະ​ໄດ້​ຮັບ​ຟັງ​ບົດ Concerto ​ເລກ 2​ ຂອງ​ນັກ​ດົນຕີ Chopin. ນີ້​ກໍ່​ແມ່ນ​ບົດ​ດົນຕີ ​ທີ່ໄດ້​ຊ່ວຍ​ໃຫ້ ດັ້ງ​ທ໋າຍ​ເຊີນ ຍາດ​ໄດ້​ລາງວັນ​ທີ 1 ​ແລະ ລາງວັນ​ທີ 2 “ຜູ້​ຫຼິ້ນ Concerto ດີ​ສຸດ” ຂອງ​ການ​ເສັງດົນຕີ Chopin ສາກົນ​ຄັ້ງ​ທີ 10 ​ໃນ​ປີ 1980. ດັ້ງ​ທ໋າຍ​ເຊີນ ກໍ່​ແມ່ນ​ຊາວ ​ອາຊີ ​ຜູ້ທຳ​ອິດ​ເປັນ​ກຽດ​ທີ່ໄດ້​ຮັບ​ລາງວັນ​ທີ 1 ຂອງ​ການ​ເສັງ​ດັ່ງກ່າວ. ຕອນ​ຄ່ຳ​ວັນ​ທີ 09/03, ດັ້ງ​ທ໋າຍ​ເຊີ​ນ ຈະ​ສະ​ແດງ​ບົດ Ballade Op.19 ຂອງນັກ​ດົນຕີ Gabriel Faure ​ແລະ ບົດ Concerto ຂອງ Maurice Ravel.

 

 


ຂ່າວ/ບົດ​ອື່ນ