ນັກຮຽນຮູ້ ສິງກະໂປ ມີຄວາມປະທັບໃຈຕໍ່ວິໄສທັດ ແລະ ວິຖີຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ຈຸດພົ້ນເດັ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຶກຄິດຢ່າງລະອຽດລະອໍກ່ຽວກັບວິທີທີ່ ຫວຽດນາມ ສາມາດບັນລຸຜົນສຳເລັດໃນການພັດທະນາເສດຖະກິດ.
ນັກຮຽນຮູ້ ສິງກະໂປ ມີຄວາມປະທັບໃຈຕໍ່ວິໄສທັດ ແລະ ວິຖີຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ໂຮງຮຽນນະໂຍບາຍພາກລັດ ຫຼີກຸງຢູ່ (ສິງກະໂປ) ປີ 2012
(ພາບ: TTXVN)

        ໂດຍແມ່ນຜູ້ຮັບຟັງຫຼາຍບົດກ່າວປາໄສ ແລະ ການຕອບຄຳຖາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານ Kishore Mahbubani, ອະດີດເຈົ້າໜ້າທີ່ກະຊວງການຕ່າງປະເທດ ສິງກະໂປ, ອະດີດອະທິການບໍດີໂຮງຮຽນນະໂຍບາຍພາກລັດ ຫຼີກຸງຢູ່ (ສິງກະໂປ) ແລະ ປະຈຸບັນແມ່ນນັກຮຽນຮູ້ກິດຕິມະສັກຢູ່ສະຖາບັນຄົ້ນຄວ້າອາຊີ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ (NUS), ມີຄວາມປະທັບໃຈຕໍ່ຄວາມເຊື່ອໝັ້ນຕົນເອງຂອງທ່ານເລຂາທິການໃຫຍ່ ເມື່ອຮັບຟັງບັນດາຄຳຖາມ. ທ່ານ Kishore Mahbubani ເຊື່ອໝັ້ນວ່າ, ນີ້ແມ່ນສາຍເຫດເປັນຫຍັງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນ “ໜຶ່ງໃນບັນດາການນຳບັນລຸຜົນສຳເລັດທີ່ສຸດຢູ່ ຫວຽດນາມ”.

        ຕາມທ່ານ Kishore Mahbubani, ຈຸດພົ້ນເດັ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຶກຄິດຢ່າງລະອຽດລະອໍກ່ຽວກັບວິທີທີ່ ຫວຽດນາມ ສາມາດບັນລຸຜົນສຳເລັດໃນການພັດທະນາເສດຖະກິດ. ເລື່ອງ ຫວຽດນາມ ບັນລຸຜົນສຳເລັດພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ໃຫ້ເຫັນວ່າ, ຫວຽດນາມ ມີບັນດາການນຳເກັ່ງກ້າສາມາດ, ມີການຕັດສິນຢ່າງຖືກຕ້ອງ, ສະຫຼາດສ່ອງໃສ, ນຳພື້ນຖານເສດຖະກິດພັດທະນາ ແລະ ຊ່ວຍໃຫ້ປະຊາຊົນມີຊີວິດວັດທະນາຖາວອນກວ່າ. ພ້ອມກັນນັ້ນ, ທ່ານ Kishore Mahbubani ກໍ່ຕີລາຄາສູງບັນດານະໂຍບາຍດ້ານການທູດຂອງ ຫວຽດນາມ ພາຍໃຕ້ສະໄໝຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຢືນຢັນວ່າ, ຄວາມສາມາດກຳນົດທິດຂອງ ຫວຽດນາມ ໃນພູມສາດການເມືອງສາກົນ ແລະ ພາກພື້ນທີ່ນັບມື້ນັບສັບສົນ. ໂດຍແມ່ນນັກຄົ້ນຄວ້າດ້ານພູມສາດການເມືອງໃນໄລຍະກວ່າ 50 ປີຜ່ານມາ, ທ່ານ Kishore Mahbubani ຖືວ່າ, ບໍ່ມີຫຼາຍປະເທດໃນໂລກມີຍຸດທະສາດອັນສະຫຼາດສ່ອງໃສດ້ານພູມສາດການເມືອງ ແລະ ຫວຽດນາມ ແມ່ນໜຶ່ງໃນຈຳນວນປະເທດນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ