ນະຄອນ ໂຮ່ຈີມິນ ແລະ ກຸ່ມບໍລິສັດ Keppel Land Limited (ສິງກະໂປ) ຮ່ວມມືກໍ່ສ້າງຕົວເມືອງສະຫຼາດ

(VOVWORLD) - ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການຂອງກຸ່ມບໍລິສັດນີ້ຢູ່ນະຄອນ, ພິເສດແມ່ນໂຄງການ Saigon Sport City, ທ່ານ ຫງວຽນແທ່ງຟອງ ສະເໜີໃຫ້ກຸ່ມບໍລິສັດປະຕິບັດສຳເລັດແຜນຮ່າງລະອຽດກ່ຽວກັບໂຄງການນີ້ໂດຍໄວ
ນະຄອນ ໂຮ່ຈີມິນ ແລະ ກຸ່ມບໍລິສັດ Keppel Land Limited (ສິງກະໂປ) ຮ່ວມມືກໍ່ສ້າງຕົວເມືອງສະຫຼາດ - ảnh 1ການເຮັດວຽກລະຫວ່າງ 2 ຝ່າຍ

ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ມີການຕ້ອນຮັບທ່ານ Loh Chin Hua, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Keppel Land Limited (ສິງກະໂປ) ໃນວັນທີ 4 ເມສາ. ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຂົງເຂດປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ກໍ່ສ້າງຕົວເມືອງສະຫຼາດ. ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການຂອງກຸ່ມບໍລິສັດນີ້ຢູ່ນະຄອນ, ພິເສດແມ່ນໂຄງການ Saigon Sport City, ທ່ານ ຫງວຽນແທ່ງຟອງ ສະເໜີໃຫ້ກຸ່ມບໍລິສັດປະຕິບັດສຳເລັດແຜນຮ່າງລະອຽດກ່ຽວກັບໂຄງການນີ້ໂດຍໄວ, ພ້ອມທັງມີວິໄສທັດເຊື່ອມຕໍ່ກັບໂຄງການເຂດປະສົມກິລາກາຍຍະກຳ ແຣກຈຽກ, ປະກອບສ່ວນຮັບໃຊ້ແຜນຮ່າງເປັນເຈົ້າພາບຈັດຕັ້ງ ງານມະຫາກຳກິລາ SEAGames 31 ຂອງນະຄອນ.

        ສ່ວນທ່ານ Loh Chin Hua ໃຫ້ຮູ້ວ່າ: ກຸ່ມບໍລິສັດ Keppel Land Limited ມີແຜນການຮ່ວມມືກັບກຸ່ມບໍລິສັດ Microsoft, ບົນພື້ນຖານສົມທົບກັບວິທະຍາສາດເຕັກໂນໂລຢີ, ກໍ່ສ້າງ Saigon Sport City ກາຍເປັນຕົວເມືອງສະຫຼາດ ແລະ ເຊື່ອມຕໍ່ແບບຢ່າງຂອງອາຊີ ກັບບັນດາການໝູນໃຊ້ການບໍລິຫານເຕັກໂນໂລຊີສະຫຼາດເຂົ້າໃນການປ້ອງກັນຄວາມສະຫງົບ, ການຄ້າ, ການພັດທະນາແຫຼ່ງພະລັງງານຜະລິດຄືນໃໝ່ ແລະ ໝູນໃຊ້ມາດຕະການຂຽວໃນການພັດທະນາຕົວເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ