ນະຄອນ ໂຮ່ຈີມິນ ແລະ ແຂວງ Aomori (ຍີ່ປຸ່ນ) ເພີ່ມທະວີການຮ່ວມມືພັດທະນາກະສິກຳເຕັກໂນໂລຊີສູງ

(VOVWORLD) -  ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ Aomori ສົນໃຈເຖິງຕະຫຼາດ ຫວຽດນາມ ທີ່ສຸດ
ນະຄອນ ໂຮ່ຈີມິນ ແລະ ແຂວງ Aomori (ຍີ່ປຸ່ນ) ເພີ່ມທະວີການຮ່ວມມືພັດທະນາກະສິກຳເຕັກໂນໂລຊີສູງ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 12 ມັງກອນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບບັນດາເຈົ້າຄອງນະຄອນ 3 ນະຄອນ Hachinohe, Aomori ແລະ Mutsu ຂອງແຂວງ Aomori (ປະເທດ ຍີ່ປຸ່ນ) ພວມເຂົ້າຮ່ວມເຫດການ “ງານຕະຫຼາດນັດສະບຽງອາຫານ Aomori ຍີ່ປຸ່ນ 2018”, ຢູ່ນະຄອນ ໂຮ່ຈີມິນ.

        ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຖືວ່າ: ການປະຕິບັດງານຂອງຄະນະຜູ້ແທນແຂວງ Aomori ຢູ່ນະຄອນ ໂຮ່ຈີມິນ ຈະປະກອບສ່ວນເພີ່ມທະວີການເຄື່ອນໄຫວຮ່ວມມືການຄ້າ, ແລກປ່ຽນຜະລິດຕະພັນກະເສດ ແລະ ການຮ່ວມມືລະຫວ່າງວິສາຫະກິດ 2 ທ້ອງຖິ່ນກ່ວາອີກ.

        ໂດຍຕາງໜ້າໃຫ້ຄະນະປະຕິບັດງານແຂວງ Aomori, ທ່ານ Kobayashi Makota, ເຈົ້າຄອງນະຄອນ Hachinohe ຢັ້ງຢືນວ່າ: ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ Aomori ສົນໃຈເຖິງຕະຫຼາດ ຫວຽດນາມ ທີ່ສຸດ. ທ່ານ Kobayashi Makota ປາດຖະໜາວ່າໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ແລະ ແຂວງ Aomori ຈະຍູ້ແຮງບັນດາລາຍການຮ່ວມມືລະອຽດ ໃນບັນດາຂົງເຂດທີ່ຕ່າງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື ຜະລິດຕະພັນກະເສດ, ສິນໃນນ້ຳມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ