ນະ​ຄອນຫຼວງ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) - ການພົວພັນຮ່ວມມືມິດຕະພາບລະຫວ່າງສອງນະຄອນຫຼວງ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາໝາກຜົນຢ່າງຮອບດ້ານ.
ນະ​ຄອນຫຼວງ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ການເຮັດວຽກລະຫວ່າງສອງນະຄອນ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 17 ກັນຍາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນສີແທັງ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານເລຂາຄະນະພັກນະຄອນ ວຽງຈັນ ອະນຸພາບ ຕຸລາລົມ ແລະ ເຈົ້າຄອງນະຄອນຫຼວງ ວຽງຈັນ ອາດສະພັງທອງ ສີພັນດອນ. ນະທີ່ນີ້, ສອງຝ່າຍໄດ້ຕີລາຄາຄືນໝາກຜົນການຮ່ວມມືລະຫວ່າງສອງທ້ອງຖິ່ນໃນໄລຍະຜ່ານມາບົນພື້ນຖານປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະພັກ, ອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍ ແລະ ກັບຄະນະພັກ, ອຳນາດການປົກຄອງນະຄອນຫຼວງ ວຽງຈັນ ໄລຍະ 2022 – 2025. ສອງຝ່າຍຢັ້ງຢືນວ່າ, ການພົວພັນຮ່ວມມືມິດຕະພາບລະຫວ່າງສອງນະຄອນຫຼວງ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາໝາກຜົນຢ່າງຮອບດ້ານ.

        ກ່ຽວກັບທິດທາງການຮ່ວມມືລະຫວ່າງສອງນະຄອນໃນໄລຍະຈະມາເຖິງ ສອງຝ່າຍຢັ້ງຢືນວ່າ ຈະເອົາໃຈໃສ່ເປັນພິເສດຕໍ່ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງກົນໄກຮ່ວມມືຢ່າງເປັນເຈົ້າການ ແລະ ເປີດກວ້າງສຳລັບບັນດາອົງການວິຊາການ, ວິສາຫະກິດ ແລະ ປະຊາຊົນສອງທ້ອງຖິ່ນ. ດ້ວຍບົດບາດເປັນນະຄອນຫຼວງ, ຮ່າໂນ້ຍ ພ້ອມກັບນະຄອນຫຼວງ ວຽງຈັນ ສືບຕໍ່ເປັນແບບຢ່າງ, ນຳໜ້າໃນການເຄື່ອນໄຫວຮ່ວມມືຂັ້ນທ້ອງຖິ່ນ, ໃຫ້ສົມກັບການພົວພັນແບບພິເສດ ຫວຽດນາມ - ລາວ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ