ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ

(VOVWORLD) -ຮ່າໂນ້ຍ ຈະປະຕິບັດການແຍກຫ່າງສັງຄົມພາຍໃນ 15 ວັນ ໃນຂອບເຂດທົ່ວນະຄອນຕາມຫຼັກການ ຄອບຄົວແຍກຫ່າງກັບຄອບຄົວ, ຄຸ້ມຖະໜົນແຍກຫ່າງກັບຄຸ້ມຖະໜົນ; ບ້ານແຍກຫ່າງກັບບ້ານ;ເມືອງແຍກຫ່າງກັບເມືອງ; ນະຄອນແຍກຫ່າງກັບແຂວງ. ບັນດາຮາກຖານດຳເນີນທຸລະກິດການບໍລິການທີ່ຈຳເປັນ, ໂຮງຈັກໂຮງງານ, ຮາກຖານຜະລິດຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ - ảnh 1ນະຄອນຫຼວງ ຮ່າໂນ້ຍ ເລີ່ມປະຕິບັດການແຍກຫ່າງໃນສັງຄົມ ແຕ່ເວລາ 6 ໂມງ ເຊົ້າວັນທີ 24 ກໍລະກົດ (ພາບ: TTXVN)

  ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນໃນບໍລິເວນນະຄອນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ, ດ້ວຍໄວຣັດສາຍພັນ Delta ມີລະດັບແຜ່ລະບາດຢ່າງໄວວາ, ສັບສົນ ແລະ ອັນຕະລາຍ, ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນະຄອນຫຼວງ, ຄວາມປອດໄພ ແລະ ສຸຂະພາບໃຫ້ແກ່ປະຊາຊົນ, ຕອນຄ່ຳວັນທີ 23 ກໍລະກົດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມ ຕາມເນື້ອໃນຈິດໃຈຂອງຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ. ຕາມນັ້ນແລ້ວ, ຮ່າໂນ້ຍ ຈະປະຕິບັດການແຍກຫ່າງສັງຄົມພາຍໃນ 15 ວັນ ໃນຂອບເຂດທົ່ວນະຄອນຕາມຫຼັກການ ຄອບຄົວແຍກຫ່າງກັບຄອບຄົວ, ຄຸ້ມຖະໜົນແຍກຫ່າງກັບຄຸ້ມຖະໜົນ; ບ້ານແຍກຫ່າງກັບບ້ານ;ເມືອງແຍກຫ່າງກັບເມືອງ; ນະຄອນແຍກຫ່າງກັບແຂວງ. ບັນດາຮາກຖານດຳເນີນທຸລະກິດການບໍລິການທີ່ຈຳເປັນ, ໂຮງຈັກໂຮງງານ, ຮາກຖານຜະລິດຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.

        ຄຳສັ່ງສະບັບດັ່ງກ່າວໄດ້ຊີ້ແຈ້ງວ່າ: ທົ່ວລະບົບການເມືອງ ແລະ ອຳນາດການປົກຄອງທຸກຂັ້ນ ຕ້ອງກຳນົດວ່າ ໜ້າທີ່ປ້ອງກັນ, ຕ້ານໂລກລະບາດແມ່ນໜ້າທີ່ມີຄວາມຮີບດ່ວນແຖວໜ້າ; ຢຸດຕິບັນດາການເຄື່ອນໄຫວ, ກອງປະຊຸມທີ່ບໍ່ຈຳເປັນ; ບັນດາກອງປະຊຸມທີ່ຈຳເປັນ ແມ່ນຈັດຕັ້ງຕາມຮູບແບບທາງໄກ; ຈັດຕັ້ງການກວດກາ, ຕິດຕາມການຜັນຂະຫຍາຍບັນດາເນື້ອໃນຂອງຄຳສັ່ງສະບັບນີ້ໃຫ້ທັນການ, ມີປະສິດທິຜົນ ແລະ ປັບໄໝລົງໂທດບັນດາກໍລະນີລະເບີດຢ່າງເຂັ້ມງວດ. ອຳນາດການປົກຄອງນະຄອນ ກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນບໍ່ອອກຈາກເຮືອນຖ້າບໍ່ມີຄວາມຈຳເປັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ