ນະຄອນໂຮ່ຈີມີນຍ້ອງຍໍຊົມເຊີຍຄະນະປະຕິບັດງານໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ການນຳນະຄອນ ໂຮ່ຈີມິນ ໄດ້ມອບໃບຍ້ອງຍໍໃຫ້ 55 ໝູ່ຄະນະ ແລະ ກາໝາຍນະຄອນ ໂຮ່ຈີມິນ ໃຫ້ 119 ສ່ວນບຸກຄົນ
ນະຄອນໂຮ່ຈີມີນຍ້ອງຍໍຊົມເຊີຍຄະນະປະຕິບັດງານໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ພິທີຍ້ອງຍໍຊົມເຊີຍ)

ຕອນເຊົ້າວັນທີ 08 ຕຸລາ, ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍຊົມເຊີຍຄະນະປະຕິບັດງານເພີ່ມຕື່ມ ແລະ ເຂົ້າຮ່ວມການໜູນຊ່ວຍໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ. ທີ່ພິທີ, ການນຳນະຄອນ ໂຮ່ຈີມິນ ໄດ້ມອບໃບຍ້ອງຍໍໃຫ້ 55 ໝູ່ຄະນະ ແລະ ກາໝາຍນະຄອນ ໂຮ່ຈີມິນ ໃຫ້ 119 ສ່ວນບຸກຄົນຍ້ອນມີຜົນງານດີເດັ່ນ, ເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ.

        ທ່ານໝໍ ເຢືອງຈ້ອງເຫງັຍ, ຫົວໜ້າຄະນະປະຕິບັດງານເລກ 2, ໂຮງໝໍການແພດພື້ນເມືອງສູນກາງໃຫ້ຮູ້ວ່າ, ດ້ວຍຈິດໃຈຄວາມຮັບຜິດຊອບ ເພື່ອເປົ້າໝາຍປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ, ບັນດາພະນັກງານໃນຄະນະໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ຂອງຕົນ:

        “ເມື່ອເຫັນຄົນເຈັບໄດ້ອອກໂຮງໝໍນັ້ນກໍ່ເປັນສິ່ງປອບຂວັນ, ໃຫ້ກຳລັງໃຈ. ພິເສດ, ຢູ່ໂຮງໝໍກາງສະໜາມເລກ 4 ມີເດັກນ້ອຍປິ່ນປົວຢູ່ທີ່ນີ້ຫຼາຍທີ່ສຸດ. ຜ່ານມາ, ກໍ່ໄດ້ຈັດວັນບຸນໄຫວ້ພະຈັນໃຫ້ພວກເດັກ, ຈັດການລະຫຼີ້ນຢູ່ໂຮງໝໍກາງສະໜາມ. ອະນຸສອນກ່ຽວກັບວັນບຸນໄຫວ້ພະຈັນແມ່ນໜ້າປະທັບໃຈ, ສິ່ງດັ່ງກ່າວແມ່ນບໍ່ອາດຫຼົງລືມໄດ້ໃນຊີວິດຂອງຕົນ”.

ນະຄອນໂຮ່ຈີມີນຍ້ອງຍໍຊົມເຊີຍຄະນະປະຕິບັດງານໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 2ພິທີມອບເງິນສະໜັບສະໜູນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ພາບ: baoquocte.vn)

ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 08 ຕຸລາ, ຢູ່ຮ່າໂນ້ຍ, ໂດຍຕາງໜ້າໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມອບເງິນຈຳນວນກວ່າ 3 ຕື້ດົ່ງ ສະໜັບສະໜູນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ກອງທຶນວັກຊິນກັນໂຄວິດ-19 ຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ນີ້ແມ່ນການປະກອບສ່ວນຂອງປະຊາຄົມ ແລະ ວິສາຫະກິດຢູ່ ຈີນ, ລັດເຊຍ, ອັງກິດ, ອິດສະຣາແອັນ, ຍີ່ປຸ່ນ…

ຕອບກັບ

ຂ່າວ/ບົດ​ອື່ນ