ນະຄອນໂຮ່ຈິມິນຍູ້ແຮງການປະຕິຮູບລະບຽບການບໍລິຫານ,ສ້າງຄວາມເພິ່ງພໍໃຈໃຫ້ແກ່ປະຊາຊົນ

(VOVWORLD) -ຕອນບ່າຍວັນທີ 21 ກໍລະກົດ, ຄະນະປະຕິບັດງານຂອງລັດຖະບານ, ໂດຍທ່ານ ເຈືອງຮ່ວາບິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ, ຫົວໜ້າຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ ເປັນຫົວໜ້າຄະນະ ໄດ້ມີການຕິດຕາມກວດກາກ່ຽວກັບວຽກງານປະຕິຮູບລະບຽບການບໍລິຫານຢູ່ນະຄອນໂຮ່ຈິມິນ.
ນະຄອນໂຮ່ຈິມິນຍູ້ແຮງການປະຕິຮູບລະບຽບການບໍລິຫານ,ສ້າງຄວາມເພິ່ງພໍໃຈໃຫ້ແກ່ປະຊາຊົນ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເຮັດວຽກຢູ່ນະຄອນໂຮ່ຈິມິນ)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງນະຄອນໂຮ່ຈິມິນ ໃນການປະຕິບັດການປະຕິຮູບລະບຽບການບໍລິຫານ, ພ້ອມທັງສະເໜີໃຫ້ນະຄອນໂຮ່ຈິມິນ ຄວນເພີ່ມທະວີໜ້າທີ່ຄວາມຮັບຜິດຊອບຂອງຜູ້ນຳໜ້າ, ສ້າງການຫັນປ່ຽນໃນການຮັບຮູ້ໃນທົ່ວລະບົບການເມືອງ ແລະ ກົງຈັກອຳນາດ; ຍົກສູງຄຸນນະພາບວຽກງານສ້າງ, ສ້າງລະບອບ, ກົນໄກ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ; ຍູ້ແຮງວຽກງານປະຕິຮູບລະບຽບການບໍລິຫານ ໂດຍສະເພາະແມ່ນບັນດາລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງພາສີອາກອນ, ຄວບຄຸມບັນດາຂໍ້ກຳນົດລະບຽບການບໍລິຫານຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ