ນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບແລະຮັບປະກັນບັນດາສິດເສລີໃນການເຫຼື້ອມໃສ,ສາສະໜາຂອງພົນລະເມືອງ

ນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບແລະຮັບປະກັນບັນດາສິດເສລີໃນການເຫຼື້ອມໃສ,ສາສະໜາຂອງພົນລະເມືອງ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ

(vovworld) - ​ ວັນ​ທີ 19/08/20146, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເລື່ອງ​ວັນ​ທີ 10/08/2016 ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ອອກ “ບົດ​ລາຍ​ງານ​ກ່ຽວ​ກັບ​ເສ​ລີພາບ​ທາງ​ສາສະໜາ​ສາກົນ​ປີ 2015”, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ:

        “ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ ຫວຽດນາມ ​ແມ່ນ​ເຄົາລົບ ​ແລະ ຮັບປະກັນ​ບັນດາ​ສິດ​ເສລີ​ໃນການ​ເຫຼື້ອມ​ໃສ, ສາສະໜາ​ຂອງພົນລະ​ເມືອງ. ສິ່ງ​ດັ່ງກ່າວ​ໄດ້ລະບຸ​ແຈ້ງ​ໃນ​ລັດຖະທຳ​ມະນູນ, ລະບົບ​ກົດໝາຍ​ຂອງ ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຮັບປະກັນ, ​ເຄົາລົບ​ໃນ​ສະພາບ​ຕົວ​ຈິງ.

ກົດໝາຍ ຫວຽດນາມ ຫ້າມ​ການຈຳ​ແນ​ກປະພຶດ​ສຳລັບ​ພົນລະ​ເມືອງ ​ຍ້ອນ​ມີການ​ເຫຼື້ອມ​ໃສ, ສາສະໜາ. ລັດ ຫວຽດນາມ ​ໄດ້ ​ແລະ ພວມ​ປະຕິບັດນະ​ໂຍບາຍ ​ແລະ ມາດ​ຕະການ​ລະອຽດ​ຫລາຍ​ຢ່າງ ​ເພື່ອ​ຮັບປະກັນ​ປະຊາຊົນ​ໄດ້ຊົມ​ໃຊ້ບັນດາ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາ​ຢ່າງ​ຄົບ​ຖ້ວນ. ຍ້ອນ​ສິ່ງ​ດັ່ງກ່າວ ​ໄດ້​ສ້າງ​ຊີວິດທາງ​ດ້ານ​ສາສະໜາ, ການ​ເຫຼື້ອມ​ໃສ ທີ່​ອຸດົມສົ​ມບຸນ, ມີຊີວິດ​ຊີວາ​ທີ່​ສຸດ​ຢູ່ ຫວຽດນາມ.

ຫວຽດນາມ ຮັບ​ຮູ້​ບາງ​ການດັດ​ປັບ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເສລີ​ພາບ​ທາງ ສາສະໜາ​ສາກົນ​ປີ 2015 ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ບົດ​ລາຍ​ງານ​ເກົ່າ, ​ແຕ່​ວ່າ ​ເປັນ​ໜ້າ​ເສຍດາຍບົດ​ລາຍ​ງານ​ຍັງ​ສືບ​ຕໍ່​ຍົກ​ອອກ​ບາງ​ການ​ຕີ​ລາຄາ​ຂາດພາວະ​ວິ​ໄສ, ຄັດ​ສະ​ເໜີຂໍ້​ມູນ​ຂ່າວ​ທີ່ຜິດ​ເຂ​ວກ່ຽວ​ກັບ ຫວຽດນາມ. ”

 

ຂ່າວ/ບົດ​ອື່ນ