ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຄະນະກຳມະການກວດກາສູນກາງ ລາວ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຫົວໜ້າຄະນະກຳມະການກວດກາສູນກາງ ລາວ - ảnh 1
 ທ່ານ ບຸນ​ທອງ ຈິດ​ມະນີ ແລະ ທ່ານ ນາຍົກລັດຖະມົນຕີ Nguyen Tan Dung
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການຕ້ອນຮັບ ທ່ານ ບຸນ​ທອງ ຈິດ​ມະນີ, ​ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​, ຫົວໜ້າ​ຄະນະ​ກວດກາ​ລັດຖະບານ​ລາວ ທີ່​ພວມຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ເນັ້ນ​ໜັກ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ກັບ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ກວດກາ​ລັດຖະບາ​ນລາວ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາຍ​ກອນ​ມະນຸດ, ກວດກາ​ການ​ປະຕິບັດ​ບັນ​ດານ​ະ​ໂຍບາຍ​ກົດໝາຍ, ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​​ເຟືອຍ​​.​​.​.​. ສ່ວນ​ທ່ານ ບຸນ​ທອງ ຈິດ​ມະນີ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​, ຫົວໜ້າ​ຄະນະ​ກວດກາ​ລັດຖະບານ​ລາວ ​ໄດ້​ຢັ້ງຢືນ​ວ່າ ພັກ, ລັດ​ລາວ​ ຈະ​ມານະພະ​ຍາ​ຍາມ​ພ້ອມ​ກັບ​ພັກ, ລັດ​ຫວຽດນາມ ສືບຕໍ່​ເພີ່ມ​ພຸ​ນຄຸນ​ສ້າງ, ພັດທະນາ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຫວຽດນາມ - ລາວ ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ