ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອ​ດ​​ພິ​ເສດ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາຊຽນ - ອົດ​ສະ​ຕາ​ລີ ຄົບ​ຮອບ 50 ປີ

(VOVWORLD) - ຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ການເດີນທາງໄປປະຕິບັດງານຄັ້ງນີ້ ດຳເນີນແຕ່ວັນທີ 5 ມີນາ - 11 ມີນາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອ​ດ​​ພິ​ເສດ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາຊຽນ - ອົດ​ສະ​ຕາ​ລີ ຄົບ​ຮອບ 50 ປີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະນາ ເລີ່ມເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ (ພາບ: VOV)

ກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ ໄດ້ດຳເນີນແຕ່ວັນທີ 4 -  6 ມີນາ, ສຸມໃສ່ 4 ຂົງເຂດຫຼັກຄື: ການດຳເນີນທຸລະກິດ, ການນຳທີ່ຫາກໍພົ້ນເດັ່ນ, ດິນຟ້າອາກາດ ແລະ ພະລັງງານສະອາດ, ການຮ່ວມມືໃນການເດີນເຮືອ. ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະຊ່ວຍສ້າງກຳລັງແຮງໃໝ່ອັນແຮງກ້າເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອົດສະຕາລີ ແລະ ນິວຊີແລນ ເລິກເຊິ່ງຂຶ້ນຕື່ມ.

        ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໃຫ້ຮູ້ວ່າ ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຄັ້ງນີ້ ມີຄວາມໝາຍພິເສດທີ່ສຸດ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ການນຳຂັ້ນສູງ ອາຊຽນ ແລະ ອົດສະຕາລີ ພ້ອມກັນຫວນຄືນ, ຕີລາຄາຢ່າງສັງລວມການພົວພັນລະຫວ່າງສອງຝ່າຍໃນຕະຫຼອດໄລຍະ 50 ຜ່ານມາ. ພ້ອມດຽວກັນນັ້ນ, ກໍແມ່ນໂອກາດເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ວາງອອກວິໄສທັດ, ທິດທາງ ແລະ ມາດຕະການລະອຽດ ເພື່ອເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.

        ໃນແງ່ມູມສອງຝ່າຍ, ການຢ້ຽມຢາມ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນຕີລາຄາບັນດາບາດກ້າວພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ, ພິເສດໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.

        ໃນການຢ້ຽມຢາມ ນິວຊີແລນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ, ສອງຝ່າຍຈະແລກປ່ຽນກ່ຽວກັບບັນດາມາດຕະການແນໃສ່ຍູ້ແຮງການພົວພັນສອງຝ່າຍກວ່າອີກ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ