ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ທະ​ເລ​ຕາ​ເວັນ​ອອກ - ທະ​ເລ​ໝູ​ເກາະ

(VOVWORLD) - ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງສືບຕໍ່ໃກ້ຊິດທິດແທດກັບແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ໃນໄລຍະຈະມາເຖິງ, ໃນນັ້ນມີມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ທະ​ເລ​ຕາ​ເວັນ​ອອກ - ທະ​ເລ​ໝູ​ເກາະ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ວັນທີ 16 ກັນຍາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກັບການນຳບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ຕີລາຄາສະພາບການຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045 ຢ່າງເລິກເຊິ່ງ.

ບົນພື້ນຖານການໄຈ້ແຍກສະພາບການສາກົນ, ພາກພື້ນ ແລະ ທະເລຕາເວັນອອກ ຢ່າງເລິກເຊິ່ງ, ຮອບດ້ານ ກໍ່ຄືຄວາມຕ້ອງການໃນການພັດທະນາຂອງປະເທດຊາດໃນສະພາບການໃໝ່, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງສືບຕໍ່ໃກ້ຊິດທິດແທດກັບແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ໃນໄລຍະຈະມາເຖິງ, ໃນນັ້ນມີມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິເລກທີ 36 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045, ມະຕິເລກທີ 44 ຂອງລັດຖະບານກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່, ເປັນເຈົ້າການ, ຕັ້ງໜ້າ,ຜັນຂະຫຍາຍການປະຕິບັດວຽກງານທຸກດ້ານຢ່າງມີປະສິດທິຜົນ, ບັນລຸໝາກຜົນໃໝ່ທີ່ສຳຄັນ, ແທ້ຈິງກວ່າອີກໃນທຸກດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ