ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ

(VOVWORLD) -      ໃນຂອບເຂດການເຮັດວຽກຢູ່ແຂວງ ບິ່ງເຢືອງ, ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ບິ່ງເຢືອງ ກ່ຽວກັບສະພາບການເສດຖະກິດ - ສັງຄົມໃນໄລຍະຜ່ານມາ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ເຮັດວຽກກັບການນຳພັກ, ລັດແຂວງ ບິ່ງເຢືອງ (ພາບ: VOV)

 ຕີລາຄາສູງບັນດາຜົນງານສຳຄັນ ເຊິ່ງແຂວງ ບິ່ງເຢືອງ ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະປະຈຳຄະນະພັກແຂວງ ຕ້ອງວາງນະໂຍບາຍຢ່າງທັນການ, ໄຫວພິບ, ມີປະສິດທິຜົນ; ລະດົມທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ຍາດແຍ່ງທຸກແຫຼ່ງກໍາລັງບົ່ມຊ້ອນທີ່ແຕກຕ່າງກັນ, ທ່າໄດ້ປຽບ, ກາລະໂອກາດອັນພົ້ນເດັ່ນຢ່າງມີປະສິດທິຜົນ ເພື່ອບືນຕົວຂຶ້ນຢ່າງແຮງ ດ້ວຍກຳລັງແຮງພາຍໃນ. ບິ່ງເຢືອງ ຕ້ອງຮີບເຮັ່ງສ້າງ, ສຳເລັດແຜນການປະຕິບັດແຜນຜັງຂອງແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050; ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ໂດຍສະເພາະແມ່ນບັນດາກິດຈະກຳ, ໂຄງການຈຸດສຸມ; ສືບຕໍ່ເສີມຂະຫຍາຍຮູບແບບຮ່ວມມືພາກລັດ - ເອກະຊົນ; ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ມີເຕັກໂນໂລຢີ, ຄຸນຄ່າເພີ່ມຂຶ້ນສູງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຄົ້ນຄວ້າ ແລະ ພັດທະນາເຂດຍົກເວັ້ນພາສີອາກອນ, ເຂດການຄ້າເສລີ, ມຸ່ງໄປເຖິງການສົ່ງອອກ ແລະ ດຶງດູດເງິນລົງທຶນ; ຍູ້ແຮງການຮ່ວມສຳພັນເຂດ, ໂດຍສະເພາະແມ່ນບັນດາແຂວງເຂດຕາເວັນອອກສ່ຽງໃຕ້ ແລະ ເຂດໃກ້ຄຽງ.  

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ