ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ: ສິງກະໂປ ບໍ່ມີເຈດຕະນາກໍ່ຄວາມເສຍຫາຍໃຫ້ແກ່ຫວຽດນາມ

(VOVWORLD) -ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢູ່ບາງກອກ ປະເທດໄທ, ວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ຕາມຄຳສະໜີຈາກຝ່າຍ ສິງກະໂປ.
  ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ: ສິງກະໂປ ບໍ່ມີເຈດຕະນາກໍ່ຄວາມເສຍຫາຍໃຫ້ແກ່ຫວຽດນາມ - ảnh 1 (ພາບ: TTXVN)

    ໂດຍໄດ້ຕຳໜິຕິຕຽນຄຳກ່າວປາໄສຂອງ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເມື່ອວັນທີ 31 ພຶດສະພາ ກ່ຽວຂ້ອງເຖິງຫວຽດນາມ ແລະ ກຳປູເຈຍ ໄລຍະ 1979-1980 ນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ຢັ້ງຢືນວ່າ: ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ: ບັນດາຂໍ້ສັງເກດຂອງຝ່າຍສິງກະໂປ ແມ່ນບໍ່ຖືກຕ້ອງ ແລະ ເລື່ອງຍົກອອກບັນດາຄຳຄິດນີ້ຄືນໃໝ່ ໄດ້ກໍ່ຄວາມເສຍຫາຍຢ່າງເລິກເຊິ່ງຕໍ່ ຫວຽດນາມ ແລະ ກຳປູເຈຍ.

   ສ່ວນທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ອະທິບາຍວ່າ: ສິງກະໂປ ບໍ່ມີເຈດຕະນາກໍ່ຄວາມເສຍຫາຍໃຫ້ແກ່ຫວຽດນາມ, ພຽງແຕ່ເຕື້ອງເຖິງໄລຍະໜຶ່ງທີ່ເຈັບປວດ ແລະ ໂສກເສົ້າໃນປະຫວັດສາດຂອງອິນດູຈີນເທົ່ານັ້ນ ເພື່ອເນັ້ນໜັກເຖິງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນທຸກມື້ນີ້ ແລະ ສະພາບການປະຈຸບັນໄດ້ຮຽກຮ້ອງໃຫ້ອາຊຽນ ຕ້ອງຮັກສານ້ຳໃຈສາມັກຄີ, ສະໜິດຕິດພັນ ແລະ ເພີ່ມທະວີການຮ່ວມມື. ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ກໍ່ເນັ້ນໜັກວ່າ: ສິງກະໂປ ໄດ້ຖືການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັບຫວຽດນາມ ເປັນສຳຄັນທີ່ສຸດ.

   ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ: ການພົບປະໄດ້ເຮັດໃຫ້ສອງຝ່າຍເຂົ້າໃຈກັນກ່ວາອີກ, ເຫັນດີເປັນເອກະສັນກັບເນື້ອໃນຈິດໃຈມຸງໄປສູ່ອະນາຄົດ, ສຸມໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໃນທຸກຂົງເຂດຢ່າງແຮງ. ສອງຝ່າຍ ເຫັນດີເປັນເອກະສັນຈະເພີ່ມທະວີການແລກປ່ຽນ, ທາມທາມຄວາມເຫັນ ແລະ ສົມທົບຫຼັກໝັ້ນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ, ໂດຍສະເພາະແມ່ນຮັກສານ້ຳໃຈສາມັກຄີ, ເຫັນດີເຫັນພ້ອມ ແລະ ທັດສະນະຂອງອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ