ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດລາວ

(VOVWORLD) -ການພົວພັນ 2 ປະເທດໄດ້ຮັບການເພີ່ມທະວີ, ປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໂດຍຜ່ານຫລາຍລຸ້ນຄົນ, ດ້ວຍເຫື່ອແຮງ ແລະ ເລືອດເນື້ອ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ລັດຖະມົນຕີການຕ່າງປະເທດລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ 

ຕອນບ່າຍວັນທີ 06 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫລີມໄຊ ກົມມະສິດ ແລະ ຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ລາວ ມາເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີການຕ່າງປະເທດປະຈຳປີ ແລະ ພົວພັນແລກປ່ຽນລະຫວ່າງ 2 ກະຊວງການຕ່າງປະເທດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັັ້ນໜັກວ່າ: ການພົວພັນ 2 ປະເທດໄດ້ຮັບການເພີ່ມທະວີ, ປັບປຸງ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ໂດຍຜ່ານຫລາຍລຸ້ນຄົນ, ດ້ວຍເຫື່ອແຮງ ແລະ ເລືອດເນື້ອ. ຄວາມຮັບຜິດຊອບຂອງລຸ້ນໜຸ່ມ 2 ປະເທດແມ່ນສືບທອດ, ຮັກສາ, ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ກ່ວາອີກ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ: ພັກ ແລະ ລັດ, ປະຊາຊົນ ຫວຽດນາມ ຍາມໃດກໍໍ່ຖືຜົນສຳເລັດຂອງ ລາວ ແມ່ນຜົນສຳເລັດຂອງ ຫວຽດນາມ. ໃນການພົວພັນ 2 ປະເທດ ບົດບາດຂອງກະຊວງການຕ່າງປະເທດແມ່ນສຳຄັນ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງການຕ່າງປະເທດ 2 ປະເທດຄວນມີການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຈະມາເຖິງກ່ວາອີກ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກຄືນເລື່ອງ ຫວຽດນາມ ໃຫ້ ລາວ ນຳໃຊ້ທ່າກ່ຳປັ່ນຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ: ໃນອາຍຸການນີ້ ຈະຊຸກຍູ້ໂຄງການກໍ່ສ້າງທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ຊຸກຍູ້ການພົວພັນແລກປ່ຽນ 2 ປະເທດໃນຫລາຍຂົງເຂດ. ພ້ອມກັນນັ້ນ 2 ຝ່າຍຄວນຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ໃນນັ້ນ ມີການກໍ່ສ້າງນັກສຶກສາ ລາວ ຢູ່ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ