ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ Mozambique

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ Mozambique - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Mozambique
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 04/06, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Mozambique, Alberto Ricardo Mondlane ທີ່​ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຖືວ່າ ໝາກຜົນການ​ຢ້ຽມຢາຫວຽດນາມ ຂອງ​ທ່ານ Alberto Ricardo Mondlane ​ແລະ ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພາຍ​ໃນ 2 ປະ​ເທດ ​ໄດ້​ປະກອບ​ສ່ວນຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ລັດ​ຖະບານ​ຫວຽດນາມ ສະໜັບ​ສະ​ໜູນ​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດຕ້ານອາດຊະ​ຍາ​ກຳ ​ແລະ ປົກ​ປ້ອງ​ພົນລະ​ເມືອງ​ຂອງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນ​ຕິຫວຽນ​ເຕີນ​ຢຸງ ​​ເນັ້ນໜັກ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ Mozambique ຊຸກຍູ້​ການ​ຮ່ວມມື​ລະຫວ່າງ 2 ປະ​ເທດ, ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ. ບົນ​ພື້ນຖານ​ດັ່ງ​ກ່າວ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ທັງ 2 ຝ່າຍ​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ສາກົນ​ຫຼາຍ​ຝ່າຍ, ຍູ້​​ແຮງຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ພ້ອມ​ທັງ​ເປີດ​ກວ້າງ​​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ກ່ຽວ​ກັບ​ການ​ປູກ​ຢາງພາລາ, ສາທາລະນະ​ສຸກ, ການ​ສຶກສາ​ບຳລຸງ​ສ້າງ... ສ່ວນ​ທ່ານ Alberto Ricardo Mondlane ຢືນຢັນ​ວ່າ, Mozambique ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ. ທ່ານ Alberto Ricardo Mondlane ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ມີ​ພະນັກງານ, ຜູ້​ຊ່ຽວຊານ​ຫຼາຍ​ຄົນຂອງຫວຽດນາມ ພວມ​ຊ່ວຍ​ເຫຼືອ Mozambique ​ໃນ​ຂົງ​ເຂດ​ກະສິກຳ, ​ໂທລະ​ຄົມ, ອຸດສາ​ຫະກຳ... ທ່ານ Alberto Ricardo Mondlane ກໍ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ກະຊວງ ​ໄດ້​ວາງ​ອອກ​ບັນດາ​ທິດ​ທາງ​ຮ່ວມ​ມື​ໃນຕໍ່ໜ້າ, ​ໃນ​ນັ້ນ​ຊຸມ​ໃສ່​ເຂົ້າ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ