ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມື ກໍ່ສ້າງຂົວ ວ່າມກົ໋ງ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ອອກຄຳສັ່ງເລີ່ມລົງມື ກໍ່ສ້າງຂົວ ວ່າມກົ໋ງ - ảnh 1

ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ອອກ​ຄຳ​ສັ່ງ​ເລີ່​ມລົງມື​ກໍ່ສ້າງ​ຂົວ ວ່າມ​ກົ໋ງ
(ພາບ: VGP/Nhật Bắc)



(vovworld) - ຕອນ​ເຊົ້າ​ວັນ​ທີ 10/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ຂົວ​ວ່າມ​ກົ໋ງ, ຢູ່​ເມືອງ ​ເລີບ​ວໍ່ (Lấp vò), ​ແຂວງ ດົ່ງ​ທາ​ບ. ດ້ວຍ​ຍອດ​ຈຳນວນທຶນ​ເກືອບ 5.700 ຕື້​ດົ່ງ​ຈາກແຫຼ່ງ​ທຶນ ODA ບຸລິມະສິດ​ຂອງ​ລັດຖະບານ ສ ​ເກົາຫຼີ ​ແລະ ທຶນສົມທົບຂອງ​ລັດຖະບານ ຫວຽດນາມ. ພາຍຫຼັງ 48 ​ເດືອນ​ດຳ​ເນີນ​ກໍ່ສ້າງ, ຂົວ ວ່າມ​ກົ໋ງ ດ້ວຍ​ຄວາມ​ຍາວ​ເກືອ​ບ 3 ກມ ຂ້າມ​ຜ່ານ​​ແມ່​ນ້ຳ ​ເຮົ້າ ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​, ຂົວແຫ່ງນີ້ຈະເຊື່ອມ​ຕໍ​ແຂວງ ດົ່ງ​ທາ​ບ ກັບ​ນະຄອນ ​ເກີ່​ນ​ເທີ, ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ບໍ່​ພຽງ​ແຕ່​ສ້າງ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ ສັງຄົມ ຫາກ​ຍັງ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​​ໃນ​ການ​​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​.

    ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ: ໜຶ່ງ​ໃນ​ບັນດາ​ຂອດ​ບຸກທະລຸ​ສຳຄັນ​ເພື່ອ​ໃຫ້​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພັດທະນາ​ແບບ​ຍືນ​ຍົງ, ກາຍ​ເປັນ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ທົ່ວ​ປະ​ເທດ, ນັ້ນ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຄົບ​ຊຸດ, ທັນ​ສະ​ໄໝ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ລົງທຶນ​ພັດທະນາ​ຄົມມະນາຄົມ ​ແລະ ພະລັງງານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ:

    “​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ໃນ​ການ “ຫັນ​ປະ​ເທດ​ຊາດເປັນປະ​ເທດ​ອຸດສາຫະກຳ ແລະ ທັນ​ສະ​ໄໝ”, ​ໃນ​ນັ້ນ​ມີ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ໃນໜຶ່ງ​ໃນ​ບັນດາ​ຂອດ​ບຸກທະລຸ, ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ, ທັນ​ສະ​ໄໝ. ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ບົນ​ຈິດ​ໃຈ​ດັ່ງກ່າວ. ນອກ​ນັ້ນ, ບັນດາ​ທ້ອງ​ຖີ່​ນ, ດ້ວຍ​ກຳລັງ​ພາຍ​ໃນ​ ພ້ອມ​ກັບ​ກຳລັງ​ຕ່າງໆ ຈະ​ກໍ່ສ້າງ​ບັນດາ​ເສັ້ນທາງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່..​.​ ​ກໍ່ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຕ້ອງຕິດພັນກັບການພັດທະນາ, ວັດທະນະທຳ ​ແລະ ​ເສ​ດຖະກິດ.”

ຂ່າວ/ບົດ​ອື່ນ