ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູກ: ຍູ້ແຮງການສ້າງສູນປ່ຽນແປງໃໝ່ ແລະ ປະດິດຄິດສ້າງແຫ່ງຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີຍັງເນັ້ນໜັກວ່າ: ທີ່ນີ້ຈະເປັນສະຖານທີ່ເລີ່ມຕົ້ນທຸລະກິດຂອງຫຼາຍພາກສ່ວນໃນສັງຄົມເພື່ອການພັດທະນາຂອງ ຫວຽດນາມ.
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູກ: ຍູ້ແຮງການສ້າງສູນປ່ຽນແປງໃໝ່ ແລະ ປະດິດຄິດສ້າງແຫ່ງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູກ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູກ ໄດ້ມີການເຮັກວຽກກັບການນຳບາງກະຊວງ, ຂະແໜງການ, ຜູ້ທີ່ປຶກສາຊາວຕ່າງປະເທດກ່ຽວກັບການສ້າງສູນປ່ຽນແປງໃໝ່ແລະປະດິດຄິດສ້າງແຫ່ງຊາດ(NIC). ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ສູນປ່ຽນແປງໃໝ່ ແລະ ປະດິດຄິດສ້າງແຫ່ງຊາດ ແມ່ນສ່ວນໜຶ່ງໃນຍຸດທະສາດຜັນຂະຫຍາຍການປະຕິວັດອຸດສາຫະກຳ 4.0ຢູ່ ຫວຽດນາມ. ສູນນີ້ມີຄວາມແຕກຕ່າງກັນ, ໂດຍໄດ້ໝູນໃຊ້ບັນດາບົດຮຽນຂອງສາກົນ, ລະດົມເອກະຊົນ ແລະ ຕ່າງປະເທດເຂົ້າຮ່ວມການບໍລິຫານຕິດຕາມກວດກາ. ດັ່ງນັ້ນ, ລະບອບລະບຽບການຕ້ອງອຳນວຍຄວາມສະດວກທີ່ສຸດເມື່ອທຽບໃສ່ບັນດາປະເທດອື່ນໆຈຶ່ງສາມາດ ບັນລຸຜົນສຳເລັດໄດ້.

        ດ້ວຍຄວາມຮຽກຮ້ອງຕ້ອງການຫັນເປັນວຽກງານສັງຄົມເພື່ອຜັນຂະຫຍາຍສູນດັ່ງກ່າວ, ທ່ານນາຍົກລັດຖະມົນຕີຖືວ່າລັດມີບົດບາດສ້າງສະຖານທີ່ທີ່ດີ, ນະໂຍບາຍທີ່ອຳນວຍຄວາມສະດວກເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດມາເຮັດວຽກຢູ່ສູນ. ສູນຕ້ອງເຊື່ອມຕໍ່ກັບຊາວຫວຽດນາມ ຜູ້ມີຄວາມເກັ່ງກ້າສາມາດໃນທົ່ວໂລກ, ເຊື່ອນຕໍ່ກັບບັນດາ ວິສາຫະກິດ, ບັນດາຫ້ອງທົດລອງ.

ຕອບກັບ

ຂ່າວ/ບົດ​ອື່ນ