ນາຍົກລັດຖະມົນຕີ ອອກຄຳສັ່ງກ່ຽວກັບ ການປະຕິຮູບລະບຽບ ການບໍລິຫານໃນ ຂົງເຂດພາສີ, ອາກອນ


ນາຍົກລັດຖະມົນຕີ ອອກຄຳສັ່ງກ່ຽວກັບ ການປະຕິຮູບລະບຽບ ການບໍລິຫານໃນ ຂົງເຂດພາສີ, ອາກອນ - ảnh 1

 (ພາບປະກອບ: http://tuoitrethudo.vn)

(vovworld)- ຕາມ​ເນື້ອ​ໃນ​ຄຳ​ສັ່ງ​ປະກາດ​ໃຊ້​ເມື່ອວັນ​ທີ 5/8, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ໃຫ້ບັນດາ​ກະຊວງ, ອົງການ ​ແລະ ຄະນະ​ກຳມະການ ປຊຊ ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ຜັນ​ຂະຫຍາຍຢ່າງ​ຂ້ຽວ​ຂາດ, ມີ​ປະສິດທິ​ຜົນ​ໃນການປະຕິບັດມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ໜ້າ​ທີ່ ​ແລະ ມາດ​ຕະການ​ຕົ້ນຕໍ​ປົວ​​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ແຫ່ງ​ຊາດ ​ແລະ ບັນດາ​ມະຕິ​ຂອງຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຫັນ​ລະບຽບ​ບໍລິຫານ​ເປັນ​ງ່າຍດາຍ, ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ປະຕິ​ຮູບ​ບັນດາ​ລະບຽບ​ການ​ບໍລິຫານ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ພາສີ, ອາກອນ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ຕ້ອງ​ເປີດ​ເຜີຍບັນດາ​ຂັ້ນຕອນ​, ລະບຽບ​ການ​ບໍລິຫານ​ພາສີ​ອາກອນ​ໃນ​​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ຜັນ​ຂະຫຍາຍຮູບ​ແບບ​ປະຕູ​ດຽວຢ່າງ​ມີ​ປະສິດທິ​ຜົນ; ຍູ້​ແຮງ​ວຽກ​ງານ​ກວດກາ​ພາສີ​ອາກອນ; ​ເພີ່ມ​ທະວີ​ການ​ລົງທຶນ​ເຄື່ອງ​ວັດຖຸ​ອຸປະກອນທັນສະໄໝ; ປັບປຸງ, ສອບ​ຊ້ອນ​ຖັນ​ແຖວ​ພະນັກງານ, ລັດຖະກອນ​ພາສີ​ອາກອນເພື່ອ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່.

ຄຳ​ສັ່ງ​ຂອງນາຍົກລັດຖະມົນຕີອອກກ່ຽວ​ກັບ​ການ​ສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 2016-2020

  ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາ​ກຸ່ມ​ເສດຖະກິດ, ບໍລິສັດ​ໃຫ່ຍ​ແຫ່ງ​ລັດຜັນ​ຂະຫຍາຍ​ການສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ 2016-2020 ດ້ວຍ​ຈຸດໝາຍ​ສັງ​ລວມ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ໄວລະດັບ​ການ​ເຕີບ​ໂຕ, ຮັບປະກັນ​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງໝັ້ນຄົງ, ສູ້​ຊົນ​ຮອດ​ປີ 2020 ເພື່ອໃຫ້ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ ສູ້​ຊົນ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ ຈີ​ດີ​ພີ ສະ​ເລ່ຍ 5 ປີ 2016-2020 ​ເພີ່​ມຂຶ້ນ​ແຕ່ 6,5-7%/ປີ. ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຂະ​ແໜງ​ການ, ຂົງ​ເຂດ, ​ແຮງ​ງານ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຮຽກຮ້ອງໃຫ້ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸ​ກທະລຸ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖ​ະກິດ​ສັງຄົມ​ໄລຍະ 10 ປີ 2011-2020. ບັນດາ​ຈຸດໝາຍ, ກຳນົດ​ທິດ ​ແລະ ມາດ​ຕະການ, ນະ​ໂຍບາຍ​ໃນ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ 2016-2020 ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້; ສັບ​ຊ້ອນ​ອັນ​ດັບ​ບັນດາ​ຈຸດໝາຍ​ບຸລິມະສິດ.

 ກ່ອນຫນ້ານັ້ນ, ວັນ​ທີ 5/8/2014, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຊັນ​ປະກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ການວາງ​ແຜນການ​ລົງທຶນ​ຂອງ​ລັດ​ໄລຍະ​ກາງ 5 ປີ (2016-2020). ຄຳ​ສັ່ງ​ໄດ້​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຈັດ​ຕັ້ງ​ການວາງແຜນການ​ລົງທຶນ​ໄລຍະ 2016-2020 ​ເຊິ່ງລວມມີ: ​ແຫ​ລ່ງງົບປະມານ​ແຫ່ງ​ລັດ, ​ແຜນການ​ລົງທຶນ​ພັນທະບັດ​ລັດຖະບານ, ພັນທະບັດ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ທຶນ ODA ​ແລະ ທຶນ​ກູ້​ຢືມ​ບຸລິມະສິດ​ຂອງ​ບັນດາ​ນັກ​ອຸປະ​ຖຳ. ຄຳ​ສັ່ງ ​ໄດ້​ຮຽກຮ້ອງ​ຫລັກການ​ວາງ​ແຜນການລົງທຶນ​ຂອງ​ລັດ​ໄລຍະ 5 ປີ (2016-2020) ຕ້ອງ​ປະຕິບັດ​ບັນດາ​ຈຸດໝາຍ, ກຳນົດ​ທິດ​ພັດທະນາ​​ໃນບັນດາ​ຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ, ສອດຄ່ອງ​ກັບ​ຄວາມ​ສາມາດສ້າງ​ຄວາມ​ດຸ່ນດ່ຽງ ​ແຫ​ລ່ງເງິນ​ລົງທຶນ​ຂອງ​ລັດ, ສຸມ​ໃສ່​ຈັດ​ວາງ​​ເງິນ​ລົງທຶນ​ຂອງ​ລັດເພື່ອ​ສຳ​ເລັດ ​ແລະ ຍູ້​ແຮງ​ຄວາມ​ຄືບ​ຫນ້າ​ໃນ​ການ​ປະຕິບັດ​ໂຄງການ​ສຳຄັນ​ແຫ່ງ​ຊາດທີ່ມີ​ຄວາມ​ໝາຍ​ໃຫຍ່​ສຳລັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

 

ຂ່າວ/ບົດ​ອື່ນ