ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ 7 ກະ​ຊວງ​ຕັ້ງ​ໜ່ວຍ​ງານ​ພິ​ເສດ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ໜ່ວຍງານພິເສດ ຕ້ອງລາຍງານປະຈຳວັນຕໍ່ລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການສະເໜີ, ຂໍ້ສະເໜີແນະສຳລັບບັນດາບັນຫາທີ່ຢູ່ເໜືອສິດອຳນາດຂອງຕົນຢ່າງທັນການ.
ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້ 7 ກະ​ຊວງ​ຕັ້ງ​ໜ່ວຍ​ງານ​ພິ​ເສດ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

ເພື່ອໜູນຊ່ວຍ ແລະ ຮັບໃຊ້ໃຫ້ແກ່ວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ຢ່າງທັນການ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ໄດ້ລົງນາມເອກະສານກ່ຽວກັບການສ້າງຕັ້ງ “ໜ່ວຍງານພິເສດ” ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ລັດຖະມົນຕີ 7 ທ່ານລວມມີ: ລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ, ລັດຖະມົນຕີກະຊວງກໍ່ສ້າງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ອີງໃສ່ບົດບາດໜ້າທີ່, ສິດອຳນາດທີ່ໄດ້ຮັບການມອບໝາຍ, ສ້າງຕັ້ງໜ່ວຍງານພິເສດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງແຕ່ລະກະຊວງຢູ່ນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ ໃນທັນທີ, ໂດຍຮອງລັດຖະມົນຕີທ່ານໜຶ່ງຮັບຜິດຊອບໂດຍກົງເພື່ອສົມທົບກັບນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ຢ່າງແໜ້ນແຟ້ນ. ໜ່ວຍງານພິເສດ ຕ້ອງລາຍງານປະຈຳວັນຕໍ່ລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ມີການສະເໜີ, ຂໍ້ສະເໜີແນະສຳລັບບັນດາບັນຫາທີ່ຢູ່ເໜືອສິດອຳນາດຂອງຕົນຢ່າງທັນການ.

        ວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີກໍ່ໄດ້ລົງນາມເອກະສານກ່ຽວກັບການສະຖິຕິບຸກຄະລາກອນທາງສາທາລະນະສຸກ ເພື່ອຟື້ນຟູ, ຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ກໍ່ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນຮີບເຮັ່ງ ລວບລວມຕົວເລກລາຍງານຕໍ່ນາຍົກລັດຖະມົນຕີ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກ່ອນເວລາ 17 ໂມງ 00 ນາທີ ຂອງວັນທີ 20 ເດືອນ ກໍລະກົດ ປີ 2021. ບັນດາແຂວງ, ນະຄອນໄດ້ສົມທົບກັບກະຊວງສາທາລະນະສຸກຢ່າງແໜ້ນແຟ້ນ ເພື່ອປະຕິບັດການຈັດແບ່ງ ແລະ ຈັດຕັ້ງການສັກວັກຊິນກັນໂຄວິດ - 19 ຢ່າງເຂັ້ມງວດ, ມີປະສິດທິຜົນ ໃຫ້ແກ່ບັນດາເປົ້າໝາຍຕາມຂໍ້ກຳນົດ, ຮັບປະກັນໃຫ້ທັນການ, ມີຄວາມປອດໄພ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ