ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ວຽກ​ງານ​ຊ່ວຍ​ໜູນ​ສັງ​ຄົມ​ສຳ​ລັບ​ຜູ້​ບໍ່​ມີ​ບ່ອນ​ພັກ​ອາ​ໄສ​ຢ່າງ​ເຂັ້ມ​ງວດ

(VOVWORLD) -ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ ຊີ້ນຳກຳລັງຕຳຫຼວດຂອງແຂວງ ແລະ ບັນດາພາກສ່ວນມີໜ້າທີ່ຮັບຜິດຊອບ ຈົ່ງເພີ່ມທະວີການສຳຫຼວດກວດກາ, ຮັບເອົາຜູ້ບໍ່ມີບ່ອນພັກອາໄສໃນບໍລິເວນ ເພື່ອດຳເນີນການກວດຫາເຊື້ອ, ຈັດແບ່ງປະເພດ ແລະ ສົ່ງເຂົ້າຮາກຖານໃຫ້ການຊ່ວຍເຫຼືອສັງຄົມ ຫຼື ອົງການຄຸ້ມຄອງ ເພື່ອປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຖືກຕ້ອງຕາມຂໍ້ກຳນົດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ວຽກ​ງານ​ຊ່ວຍ​ໜູນ​ສັງ​ຄົມ​ສຳ​ລັບ​ຜູ້​ບໍ່​ມີ​ບ່ອນ​ພັກ​ອາ​ໄສ​ຢ່າງ​ເຂັ້ມ​ງວດ - ảnh 1(ພາບປະກອບ: baochinhphu.vn)

ວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຊັນປະກາດໃຊ້ໂທລະເລກວ່າດ້ວຍການຕ້ອນຮັບ, ປະຕິບັດນະໂຍບາຍຊ່ວຍໜູນສັງຄົມສຳລັບຜູ້ບໍ່ມີບ່ອນພັກອາໄສ ສົ່ງໄປຍັງປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ; ລັດຖະມົນຕີກະຊວງຕຳຫຼວດ; ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ. ເນື້ອໃນໂທລະເລກໄດ້ຊີ້ແຈ້ງວ່າ, ຜູ້ບໍ່ມີບ່ອນພັກອາໄສມີຄວາມສ່ຽງຕິດເຊື້ອ ແລະ ກໍເປັນແຫຼ່ງແຜ່ເຊື້ອພະຍາດໂຄວິດ - 19 ສູງ. ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ ຊີ້ນຳກຳລັງຕຳຫຼວດຂອງແຂວງ ແລະ ບັນດາພາກສ່ວນມີໜ້າທີ່ຮັບຜິດຊອບ ຈົ່ງເພີ່ມທະວີການສຳຫຼວດກວດກາ, ຮັບເອົາຜູ້ບໍ່ມີບ່ອນພັກອາໄສໃນບໍລິເວນ ເພື່ອດຳເນີນການກວດຫາເຊື້ອ, ຈັດແບ່ງປະເພດ ແລະ ສົ່ງເຂົ້າຮາກຖານໃຫ້ການຊ່ວຍເຫຼືອສັງຄົມ ຫຼື ອົງການຄຸ້ມຄອງ ເພື່ອປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຖືກຕ້ອງຕາມຂໍ້ກຳນົດ.


ຕອບກັບ

ຂ່າວ/ບົດ​ອື່ນ