ນາຍົກລັດຖະມົນຕີກຳປູເຈຍກ່າວເຕືອນທຳລາຍທຸກກົນອຸບາຍໂຄ່ນລົ້ມລັດຖະບານ

ນາຍົກລັດຖະມົນຕີກຳປູເຈຍກ່າວເຕືອນທຳລາຍທຸກກົນອຸບາຍໂຄ່ນລົ້ມລັດຖະບານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen
ພາບ:baomoi.com

(vovworld)- ວັນ​ທີ 4/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ ທຳ​ລາຍ​ທຸກ​ກົນ​ອຸ​ບາຍ​ໂຄ່ນ​ລົ້ມ​ລັດ​ຖະ​ບານ ທີ່ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ຕາມ​ທ່ານ Hun Sen  ແລ້ວ, ກຳ​ປູ​ເຈຍ ໄດ້​ພົບ​ເຫັນ​ກົນ​ອຸ​ບາຍ​ໂຄ​່ນ​ລົ້ມ​ລັດ​ຖະ​ບານ ຜ່ານ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຕາມ​ຖະ​ຫນົນ ໂດຍ​ພັກ​ກູ້​ຊາດ ກຳ​ປູ​ເຈຍ (CNRP) ຝ່າຍ​ຄ້ານ​ປະ​ຕິ​ບັດ​ໃນ 10 ເດືອນ​ລຽນ​ຕິດ ເພື່ອ​ປະ​ຕິ​ເສດ​ສະ​ພາ​ແຫ່ງ​ຊາດ ພາ​ຍ​ຫລັງ​ການ​ເລືອກ​ຕັ້ງ​ປີ 2013. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ຕີ​ລາ​ຄາ​ສູງ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ໄດ້​ມີ​ການ​ກະ​ທຳ​ເພື່ອ​ປົກ​ປັກ​ຮັກ​ສາ​ລັດ​ຖະ​ທຳ​ມະ​ນູນ, ປະ​ເທດ​ຊາດ, ສາດ​ສະ​ຫນາ, ກະ​ສັດ ແລະ ລັດ​ຖະ​ບານ ຖືກ​ຕ້ອງ​ກັບ​ກົດ​ໝາຍ ໃນ​ຊ່ວງ​ເວ​ລານັ້ນ. ທ່ານ Hun Sen  ຖື​ວ່າ: ບັນ​ດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ້ວງ​ມີ​ທ່າ​ອ່ຽງ​ຫລຸດ​ລົງ ແຕ່ບໍ່​ທັນ​ຢຸດ​ຕິ​ເທື່ອ. ສະ​ນັ້ນ ຄວນ​ຕິດ​ຕາມກວດ​ກາ​ຢ່າງ​ແຫນ້ນ​ແຟ້ນ​ບັນ​ດາ​ກຳ​ລັງ​ພວມ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

 

 

 

ຂ່າວ/ບົດ​ອື່ນ