ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່ ໂອ້​ລົມ​ທາງ​ໂທ​ລະ​ສັບ ກັ​ບ ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເມ​ລິ​ກາ​ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ

(VOVWORLD) - ວັນທີ 20 ກັນຍາ, ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາໄດ້ມີການໂອ້ລົມທາງໂທລະສັບ, ໃນນັ້ນໄດ້ປຶກສາຫາລືຄວາມສຳຄັນຂອງ ພັນທະມິດລະຫວ່າງສອງປະເທດ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່ ໂອ້​ລົມ​ທາງ​ໂທ​ລະ​ສັບ ກັ​ບ ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເມ​ລິ​ກາ​ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົດ​ສະ​ຕາ​ລີ - ảnh 1 ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່ (ພາບ: TTXVN)

ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທຳອິດລະຫວ່າງການນຳສອງທ່ານນັບແຕ່ເວລາ ທ່ານ Yoshihide ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ.

ທີ່ການໂອ້ລົມທາງໂທລະສັບ, ທ່ານ Yoshihide ນາຍົກລັດຖະມົນຕີຍີ່ປຸ່ນຖືວ່າ ພັນທະມິດລະຫວ່າງ ຍີ່ປຸ່ນ ແລະ ອາເມລິກາແມ່ນພື້ນຖານຂອງສັນຕິພາບ ແລະ ຄວາມສະຖຽນລະພາບໃນພາກພື້ນ. ສ່ວນທ່ານ Donald Trump ໄດ້ເນັ້ນໜັກວ່າ ສອງປະເທດຄວນເພີ່ມທະວີການພັດທະນາສາຍພົວພັນສຳພັນທະມິດ.

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Yoshihide ກໍ່ໃຫ້ຮູ້ວ່າ ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຫຼາຍບັນຫາ, ໃນນັ້ນມີບັ້ນຕໍ່ສູ້ກັບໂລກລະບາດ Covid – 19 ແລະ ບັນຫາ ສປປ.ເກົາຫຼີ.

ໃນວັນດຽວກັນ, ທ່ານ Yoshihide ກໍ່ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison. ທີ່ການໂອ້ລົມທາງໂທລະສັບ, ທ່ານ Yoshihide ສືບຕໍ່ໃຫ້ຄຳໝັ້ນສັນຍາບຸລິມະສິດຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງສາມປະເທດມະຫາອຳນາດຢູ່ອິນເດຍ - ປາຊີຟິກເຊິ່ງລວມມີ ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ