ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຂວງບັກນິງ, ບັກຢາງ ໃນການປ້ອງກັນ, ຕ້ານໂລກລະບາດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ພາຫະນະ, ອຸປະກອນ, ໜູນຊ່ວຍການວິໄຈ
ນາຍົກລັດຖະມົນຕີຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຂວງບັກນິງ, ບັກຢາງ ໃນການປ້ອງກັນ, ຕ້ານໂລກລະບາດ - ảnh 1ໂຮງໝໍພາກສະໜາມຢູ່ນະຄອນ ບັກຢາງ
(ພາບ: TTXVN)

ຕາມແຫຼ່ງຂ່າວຈາກສຳນັກຂ່າວສານຫວຽດນາມ ແລ້ວ, ວັນທີ 28 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດທີ່ໄດ້ໜູນຊ່ວຍແຫຼ່ງກຳລັງ, ແຫຼ່ງຊັບພະຍາກອນມະນຸດ, ພາຫະນະ, ອຸປະກອນ, ໜູນຊ່ວຍການວິໄຈ, ຜັນຂະຫຍາຍໂຮງໝໍພາກສະໜາມ ຢ່າງຕັ້ງໜ້າ, ທັນການ ຊ່ວຍໃຫ້ 2 ແຂວງ ບັກຢາງ, ບັກນິງ ຄວບຄຸມໂລກລະບາດ ແລະ ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິໂດຍໄວ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 19 ພຶດສະພາ, ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍການສ້າງຕັ້ງໂຮງໝໍພາກສະໜາມໂດຍດ່ວນຢູ່ນະຄອນ ບັກນິງ, ແຂວງ ບັກນິງ ແລະ ເມືອງ ເຕີນອຽນ, ແຂວງ ບັກຢາງ. ໂຮງໝໍພາກສະໜາມມີແພດໝໍ 100 ຄົນ ແລະ ມີຕຽງນອນ 300 ຕຽງ, ສາມາດເພີ່ມຈຳນວນຕຽງນອນຂຶ້ນເປັນ 500 ຕຽງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ