ນາຍົກລັດຖະມົນຕີຢ້ຽມຊົມງານວາງສະແດງປຶ້ມສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ

(VOVWORLD) - ຕອນເຊົ້າວັນທີ 03 ກຸມພາ, ຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຢ້ຽມຊົມງານວາງສະແດງປຶ້ມສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020). 
ນາຍົກລັດຖະມົນຕີຢ້ຽມຊົມງານວາງສະແດງປຶ້ມສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຢ້ຽມຊົມງານວາງສະແດງປຶ້ມສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ພາບ: TTXVN)

ງານວາງສະແດງໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນເຈົ້າພາບສົມທົບກັບຄະນະໂຄສະນາສຶກສາສູນກາງພັກ ພ້ອມດ້ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງຂຶ້ນແຕ່ວັນທີ 02 – 09 ກຸມພາ 2020.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮັບຟັງການແນະນຳກ່ຽວກັບປຶ້ມຫລາຍຫົວຂອງບັນດາສຳນັກພິມຈຳໜ່າຍໃຫຍ່, ແນະນຳກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງພັກ, ບົດບາດນຳພາຂອງພັກ ແລະ ປະທານໂຮ່ຈີມິນ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ກໍ່ຄືບັນດາຜົນງານຂອງຂະບວນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ