ນາຍົກລັດຖະມົນຕີລາວ ຕ້ອນຮັບການນຳ ຄະນະກຳມະການປະຊາຊົນແຂວງຟູ໋ທໍ້

ນາຍົກລັດຖະມົນຕີລາວ ຕ້ອນຮັບການນຳ ຄະນະກຳມະການປະຊາຊົນແຂວງຟູ໋ທໍ້ - ảnh 1
ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ
ຕ້ອນຮັບ ຄະນະ​ປະຕິບັດ​ງານ​ແຂວງ​ຟູ໋ທໍ້
( ພາບ: vietnamplus.vn )


( vovworld ) -    ຕອນ​ບ່າຍ​ວັນ​ທີ 1/8, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ແຂວງ​ຟູ໋ທໍ້, ​ໂດຍ​ທ່ານ Hoang Dan Mac, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນຳ​ໜ້າ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຮັບ​ຮູ້​ວ່າ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ໋ທໍ້ ​ແມ່ນ​ການ​ຜັນ​ຂະຫຍາຍ​​ແຜນນະ​ໂຍບາຍ​ຂອງ​ລັດຖະບານ​ສອງ​ປະ​ເທດ​ຫວຽດນາມ - ລາວ ຢ່າງ​ລະອຽດ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ແນ​ໃສ່​ປັງ​ປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ໃຫ້​ໝັ້ນຄົງ ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ຄວາມ​ໝາຍ​ຢ່າງ​​ແທດ​ຈິງຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີລາວ ຫວັງ​ວ່າ ​ແຂວງ​ຟູ໋ທໍ້ ຈະ​ຊ່ວຍ​ບັນດາ​ແຂ​ວງຂອງ​ລາວ ບຳລຸງ​ສ້າງ ທີ່​ມີ​ຈຸດ​ສຸມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ອັນ​ແທດ​ຈິງ ​ແລະ ​ຫວັງວ່າການ​ຮ່ວມ​ມື​ຂອງ​ແຂວງ​ຟູ໋ທໍ້​ກັບ​ບັນດາ​ແຂວງ​ພາກ​ເໜືອ​ຂອງລາວ ຄື້ ຫຼວງ​ນ້ຳ​ທາ ​ແລະ ອຸດົ​ມ​ໄຊ ຈະ​​ແມ່ນ​ໜຶ່ງ​ໃນ​ບັນດາແບບຢ່າງ​ທີ່​ພົ້ນ​ເດັ່ນ​ຂອງ​ສາຍ​ ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ