ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງການເງິນ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງການເງິນ - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບກະຊວງການເງິນ

(vovworld) – ຕອນ​ບ່າຍ​ວັນ​ທີ 21/4, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ວຽກ​ກັບ​ກະຊວງ​ການ​ເງິນ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ຕ້ານ​ການ​ຂາດ​ຫາຍ​ໃນ​ການ​ເກັບ​ລາຍ​ຮັບ ງົບປະມານ, ຍົກ​ສູງ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍູ້​ແຮງ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ລະບອບ​ລະບຽບ​ການໃນ​ຂົງ​ເຂດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ຂະ​ແໜງ​ການ​ເງິນ​ໃນ​ຊຸມ​ປີຜ່ານມາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ ຫງວຽນ​ຊວນ​ຟຸກ ກໍ່​ຖື​ວ່າ: ບັນດາ​ບັນຫາ​ຄື​ໜີ້​ສາທາລະນະ, ລາຍ​ຈາ​ຍງົບປະ​ມານ​ເກີນ​ດຸນ, ການ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟື​ອຍ ຮຽກຮ້ອງ​​ໃຫ້​ກະຊວງ​ການ​ເງິນ​ຕ້ອງ​ກຳ​ນົດຄວາມ​ຕັດ​ສິນ​ໃຈທາງ​ດ້ານ​ການ​ເມື​ອງສູງ​ສຸດ ​ແລະ ປະກາດ​ໃຊ້​​ໂຄງການ​​ເຄື່ອນ​ໄຫວ​ລະອຽດ, ຈຳ​ເປັນ, ປະກອບສ່ວນ​ພ້ອມ​ກັບ​ລັດຖະບານ​ປະຕິບັດ​ສຳ​ເລັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2016 ​ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ​ມອບ​ໝາຍ​ໃຫ້​ກະຊວງ​ການ​ເງິນ​ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ, ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ເປັນ​ເອກະ​ພາບ​ ​ບັນດາ​ມາດ​ຕະການຄວບ​ຄຸມ​ໄຟ​ເງິນ​ເຟີ້, ສ້າງ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ.


ຂ່າວ/ບົດ​ອື່ນ