ນາຍົກລັດຖະມົນຕີຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຝລັ່ງ

ນາຍົກລັດຖະມົນຕີຫງວຽນເຕີນຢຸງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຝລັ່ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ຕ້ອນຮັບ​ທ່ານ​ອະດີດນາຍົກລັດຖະມົນຕີຝລັ່ງ
(ພາບ: chinhphu.vn)


(vovworld) -  ຕອນ​ບ່າຍ​ວັນ​ທີ 21/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ອະດີດນາຍົກລັດຖະມົນຕີຝລັ່ງ Dominique de Villepin ທີ່​ພ້​ວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ແດງ​ຄວາມປິ​ຕິ​ຊົມ​ຊື່ນ​ຕໍ່​ສາຍພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ​ ​ແລະ ຝລັ່ງ ທີ່​ພັດທະນາ​ອັນ​ດີ​ງາມ​ໃນ​ທຸກ​ຂົງ​ເຂດ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທ້​ຈິງ​ໃຫ້​ທັງ 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ການ​ພົວພັນ​ກັບ​ຝລັ່ງເປັນ​ສຳຄັນ, ​​ເປັນ​ຄູ່​ຮ່ວມ​ມື​ທີ່ສຳຄັນ​ຂອງ​ຫວຽດນາມ ຢູ່​ເອີ​ລົບ ​ແລະ ​ໃນ​ໂລກ, ພິ​ເສດ​ໃນ​ປີ 2013, ​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ​ເມື່ອ 2 ປະ​ເທດ​ມຸ້ງ​ໄປ​ເຖິງ​ການ​ຍົກ​ສູງ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ທ່ານ​ນາຍົກລັດຖະມົນຕີ​ສະ​ເໜີ​​ໃຫ້​ຝ່າຍ​ຝລັ່ງ ສືບ​ຕໍ່​ຊຸກຍູ້​ການ​ຜັນ​ຂະຫຍາຍ​ໂຄງການ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ ຢ່າງ​ມີ​ປະສິດທິ​ຜົນ, ສະໜັບ​ສະ​ໜູນ​ຫວຽດນາມ ສິ້ນ​ສຸດ​ການ​ເຈລະຈາ FTA ກັບ ​ເອີ​ລົບ ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ