ນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບຫົວໜ້າຜູ້ຕາງໜ້າຄະນະກຳມະການການຄ້າອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບຫົວໜ້າຜູ້ຕາງໜ້າຄະນະກຳມະການການຄ້າອາເມລິກາ - ảnh 1
ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງຕ້ອນຮັບ​ຫົວໜ້າ​ຜູ້ຕາງໜ້າຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ
(ພາບ: Đức Tám/TTXVN)

(vovworld) – ວັນ​ທີ 2/12, ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ເມືອງ ອາ​ເມ​ລິ​ກາ Michael B.G. Froman ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ: ສັນຍາ​ຄູ່​ຮ່ວມ​ມື​ເຂດ ປາຊີ​ຟິກ (TPP) ​ແມ່ນ​ພື້ນຖານ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຝ່າຍ​ຕ່າງໆ, ​ໃນ​ນັ້ນ​ມີ​ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ​ໂດຍ​ແມ່ນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (​WTO), ສັນຍາ​ການ​ຄ້າ 2 ຝ່າຍ (BTA), ຍາມ​​ໃດ ຫວຽດນາມ ກໍ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ເຂົ້າ​ຮ່ວມ, ຕັ້ງໜ້າ​ປະຕິບັດ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ, ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ​ກັບ​ພື້ນຖານ​ເສດຖະກິດ​ໂລກ​ເພື່ອ​ພັດທະນາ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະໜາ​ວ່າ: ​ໃນ​ການ​ເຈລະຈາ, ອາ​ເມ​ລິກາ ຈະ​ພິຈາລະນາ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ການ​ສຳ​ພັດກັບ​ຕະຫຼາດ​ສິນຄ້າ​ຕຳ​ແຜ່ນ​ຕັດຫຍິບ ​ແລະ ​ເກີບ​ໜັງ​​ເພື່ອບັນລຸ​ໄດ້​ຂໍ້​ຕົກລົງ​ເຊິ່ງ 2 ຝ່າຍ​ສາມາ​ດຮັບ​ຮູ້​ໄດ້.

 

 


ຂ່າວ/ບົດ​ອື່ນ