ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ25

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ25 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ
(ພາບ​ປະ​ກອບ)

(vovworld) - ​​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 25 ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 12/11, ຢູ່​ນະ​ຄອນຫຼວງ Nay Pyi Taw, ມຽນ​ມາ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປ​ະ​ທານກອງ​ປະ​ຊຸ​ມ​ສຸດຍອດ ອາ​ຊຽນ, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Thein Sein ຢັ້ງ​ຢືນ​ຄືນ​ໃໝ່​ຄວາມ​ສາ​ມັກ​ຄີ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ ແລະ ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ ອາ​ຊຽນ ສ້າງ​ປະ​ຊາ​ຄົມ​ສຳ​ເລັດ​ຜົນ ແລະ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ເຂັ້ມ​ແຂງ, ຍົກ​​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ສຽງ​ເວົ້າ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

        ພາຍ​ຫລັງ​ພິ​ທີ​ໄຂ, ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​​, ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ກຳ​ນົດ​ທິດ​ໃຫ້​ອາ​ຊຽນຫຼັງ​ປີ 2015, ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ກໍ່​ຄື​ແລກ​ປ່ຽນ​​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕໍ່​ໜ້າ​ສະ​ພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່​ສັບ​ສົນ​ນັ້ນ, ການ​ນຳ​ບັນ​ດາ​ປະ​ເທດ​ສືບ​ຕໍ່​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ, ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ, ຄວາມ​ສະ​ຫງົບ, ປ​ອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ການ​ນຳ​ກໍ່​ເນັ້ນ​ໜັກ​ເຖິງເລື່ອງ​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ມາດ​ຕາ 5 ຂອງ​ຖະ​ແຫຼງ​ການ, ປະ​ຕິ​ບັດ​​ຄວາມ​ລະ​ງັບ​ໃຈ, ແລະ​ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ເປີດ​ກ້​ວາງ ຫຼື ເພີ່ມ​ທະ​ວີ​ຄວາມດ​ເ​ຄັ່ງ​ຕຶງ, ຍູ້​ແຮງ​ການ​ເຈ​ລະ​ຈາ​ແທດ​ຈິງ​ລະ​ຫວ່າງ ອາ​ຊຽນ - ຈີນ ເພື່ອ​ບັນ​ລຸ​ໄດ້​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຖື​ວ່າ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ສືບ​ຕໍ່​ແມ່ນ​ທ່າ​ອ່ຽງຕົ້ນ​ຕໍ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນຫາ​ກໍ່​ການ​ຮ້າຍ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ອີຣັກ ​ແລະ ຊີຣີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ພ້ອມ​ກັບ​ປະຊາ​ຄົມ​ສາກົນ, ຫວຽດນາມ ​ກ່າວ​ປະນາມ​ການ​ກໍ່​ການ​ຮ້ານ​ໃນ​ບໍ່​ວ່າ​ຮູບ​ການ​ໃດໆ. ກ່ຽວ​ກັບ​ໂລກ​ພະຍາດ ​ເອ​ໂບລາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ, ອາ​ຊຽນຄວນ​ໃຫ້​ບຸລິ​ມາ​ສິດ​ແກ່​ບັນດາ​ມາດ​ຕະການ​ທີ​ມີ​ປະສິດທິ​ຜົນ ​ເພື່ອ​ສະກັດ​ກັ້ນ​ໂລກ​ພະຍາດ​ນີ້, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ນຳ​ກັນ, ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຈາກ​ອົງການ​ອະນາ​ໄມ​ໂລກ ​ແລະ ບັນດາ​ປະ​ເທດ​ພັດທະນາ. ກ່າວ​ຄວາມ​ເຫັນ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ ​ແລະ ກຳນົດ​ທິດ​ຫຼັງ​ປີ 2015, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ປີ 2015 ​ເພື່ອພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນປະຕິບັດ​ສຳ​ເລັດ​ວິວັດ​ການ​ມຸ່ງ​ໄປ​ສູ່​ປະຊາ​ຄົມ​ລວມ, ຄື​ຄາດໝາຍ​ທີ່​ໄດ້​ວາງ​ອອກ.

        ສິ້ນ​ສຸດ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນ 25, ພ້ອມ​ກັບ​ບັນດາ​ການ​ນຳ​ອາ​ຊຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ Nay Pyi Taw ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນຫຼັງ​ປີ 2015; ຖະ​ແຫຼ​ງການ​ອາ​ຊຽນກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ຄະນະ​ເລຂາ​ອາ​ຊຽນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ສົມທົບ​ບັນດາ​ອົງການ​ອາ​ຊຽນນຳ​ກັນ ​ແລະ ຖະ​ແຫຼ​ງການ​ອາ​ຊຽນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.


ຂ່າວ/ບົດ​ອື່ນ