ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງໄປຮອດໂຕກຽວ(ຍີ່ປຸ່ນ)

ນາຍົກລັດຖະມົນຕີຫງວຽນເຕິນຢຸ້ງໄປຮອດໂຕກຽວ(ຍີ່ປຸ່ນ) - ảnh 1
(ທ່ານເອກອັກຄະລັດຖະທູດ ແລະ ພາລະກອນ, ລັດຖະກອນ
ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນຕ້ອນຮັບທ່ານນາຍົກ
ລັດຖະມົນຕີ ຫງວຽນເຕິນຢຸ້ງ ຢູ່ສະໜາມບິນ Haneda)


(vovworld) – ຕອນຄຳ່​ວັນ​ທີ 02/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ-​ຍີ່ປຸ່ນ ຄັ້ງ​ທີ 7 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe.

  ​ໃນ​ລະຫວ່າງ​ວັນ​ທີ 3-4/7, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນຢຸ້ງ ພ້ອມ​ກັບບັນດາ​ກາ​ນນຳປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ຍີ່ປຸ່ນ ເຂົ້າ​ຮ່ວມວາລະ​ປະຊຸມ​ສຸດ​ຍອດແມ່​ນ້ຳຂອງ-​ຍີ່ປຸ່ນ ຄັ້ງ​ທີ 7 ພ້ອມ​ກັບ​ຫຼາຍ​ເຫດການ​ສຳຄັນ​ອື່ນໆ​ຄື: ​ເວທີ​ປາ​ໄສ​ 5 ພື້ນຖານ​ເສດຖະກິດ​ແມ່​ນ້ຳຂອງ ​ໂດຍ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (Jetro) ຈັດ​ຕັ້ງ; ພົບ​ປະ​ເຈລະຈາກັບພະເຈົ້າຈັກກະພັດ ​ແລະ ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ຕຳ່ ​ແລະ ສະພາ​ສູງ​ຍີ່ປຸ່ນ…

  ​ ​ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ-​ຍີ່ປຸ່ນ ຄັ້ງ​ທີ 7 ຢູ່​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ເພື່ອ​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຮອບດ້ານ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ກໍ​ຈະ​​ຕ້ອນຮັບການ​ນຳ​​ບາງ​ອົງການຂອງ ຍີ່ປຸ່ນ​ຄື: ພັນທະ​ມິດ​ສະມາຊິກ​ສະພາ​​ແຫ່ງ​ຊາດມິດຕະພາບ ຍີ່ປຸ່ນ-​ຫວຽດນາມ, ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ແລະ ບາງ​ກຸ່ມ​ບໍລິສັດ​ເສດຖະກິດ​​ແຖວ​ໜ້າ​ຂອງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ