ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸ້ງ ຕ້ອນຮັບລັດຖະມົນຕີການ ຕ່າງປະເທດ ຈີນ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸ້ງ ຕ້ອນຮັບລັດຖະມົນຕີການ ຕ່າງປະເທດ ຈີນ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ້ນຢຸ້ງ  
ແລະ ທ່ານລັດຖະມົນຕີການ ຕ່າງປະເທດ ຈີນ ຫວາງ​ອີ
(ພາບ: baochinhphudientu)

Vovworld- ຕອນ​ບ່າຍ ວັນ​ທີ 5/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ້ນຢຸ້ງ ໄດ້ໃຫ້ການ ຕ້ອນຮັບ ລັດຖະມົນຕີການ ຕ່າງປະເທດ ຈີນ ຫວາງ​ອີ ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸ້ງ ຢືນຢັນ​ວ່າ ຫວຽດນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ຈີນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຈີນ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ້ນຢຸ້ງ ສະ​ເໜີ 2 ຝ່າຍ​ຈົ່ງ​ຕັ້ງໜ້າ​ຫັນ​ບັນດາ​ສັນຍາ​ຊຶ່ງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ​ເປັນ​ລະອຽດ, ຊຸກຍູ້​ການ​ແລກປ່ຽນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ຍູ້​ແຮງ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ກໍ​ຄື​ຊຸກຍູ້​ບັນດາ​ຂົງ​ເຂດ​ທີ່ 2 ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ບັນດາ​ໂຄງການ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ລະຫວ່າງ 2 ປະ​ເທດ....​ເມື່ອ​ເຕື້ອງ​ເຖິງ ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ້ນຢຸ້ງສະ​ເໜີ 2 ຝ່າຍ​ຈົ່ງ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ຜ່ານ​ການ​ເຈລະຈາສັນຕິພາບ, ມິດ​ຕະພາບ, ບົນ​ຈິດ​ໃຈ​ສ້າງສັນ, ບໍ່​ປະ​ໃຫ້​ບັນຫານີ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນລະຫວ່າງ 2 ປະ​ເທດ ກໍ​ຄື​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ . ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ້ນຢຸ້ງຖື​ວ່າ 2 ຝ່າຍຄວນແກ້​ໄຂ​ການ​ພິດພາດ​​ທາງ​ທະ​ເລໂດຍ​ສັນຕິ​ວິທີ; ​ເຄົາລົບ​ກົດໝາຍ​ສາກົນ ​ໃນ​ນັ້ນມີ​ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ປະຕິບັດ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ​ແລະ ກ້າວ​ໄປເຖິງ​ການບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງຢູ່​ທະ​ເລ​ຕາ​ເວັນ​ອອກ (COC) .

   ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ຈີນ ຫວາງ​ອີ ຢືນຢັນ​ວ່າ ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່ 2 ຝ່າຍ​ມີ​ທ່າ​ແຮງ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ........

ຂ່າວ/ບົດ​ອື່ນ