ນາຍົກລັດຖະມົນຕີຮຽກຮ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນປະກາດໂທລະເລກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ນາຍົກລັດຖະມົນຕີຮຽກຮ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢ້ຽມຢາມຮາກຖານຜະລິດອຸປະກອນການແພດແຫ່ງໜຶ່ງ
(ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ, ສືບຕໍ່ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຢ່າງເຂັ້ມງວດ, ແທດຈິງ, ມີປະສິດທິຜົນ, ແໜ້ນແຟ້ນກວ່າ. ກ່ຽວກັບການປິ່ນປົວ, ຕ້ອງຫຼຸດຜ່ອນກໍລະນີເສຍຊີວິດຢູ່ໃນລະດັບຕ່ຳສຸດ. ກະກຽມບັນດາແຜນການສູງສຸດທີ່ສາມາດໃຫ້ແກ່ການປິ່ນປົວ, ຮັບປະກັນບັນດາເງື່ອນໄຂອື່ນໃນເວລາໄວສຸດ. ພ້ອມກັນນັ້ນຍູ້ໄວຄວາມຄືບໜ້າໃນການສັກວັກຊິນ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ປະຕິບັດການແຍກຫ່າງສັງຄົມ ຕ້ອງເອົາໃຈໃສ່ເປັນພິເສດການຊີ້ນຳຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ ໃນການຈະລາຈອນ, ສະໜອງທັນຍາຫານ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນ; ໄດ້ນຳໃຊ້ບັນດາແຫຼ່ງກຳລັງ, ນັບທັງງົບປະມານທ້ອງຖິ່ນເພື່ອສະໜອງທັນຍາຫານ, ສະບຽງອາຫານທີ່ຈຳເປັນທີ່ສຸດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ຄວາມຕ້ອງການປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ