ນາຍົກລັດຖະມົນຕີເປັນປະທານວາລະປະຊຸມຄະນະຊີ້ນຳບັນດາກິດຈະກຳ, ໂຄງການຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ

(VOVWORLD) - ທົ່ວປະເທດໄດ້ລະດົມບັນດາແຫຼ່ງທຶນຢ່າງສຸດຂີດ ເພື່ອສຸມໃສ່ປະຕິບັດໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດແມ່ນພື້ນຖານໂຄງລ່າງຄົມມະນາຄົມ.
ນາຍົກລັດຖະມົນຕີເປັນປະທານວາລະປະຊຸມຄະນະຊີ້ນຳບັນດາກິດຈະກຳ, ໂຄງການຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານວາລະປະຊຸມ)

        ວາລະປະຊຸມຄັ້ງທີ 8 ຂອງຄະນະຊີ້ນຳບັນດາກິດຈະກຳ, ໂຄງການຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ), ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ, ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ.

        ໂດຍເປັນປະທານວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ, ທົ່ວປະເທດໄດ້ລະດົມບັນດາແຫຼ່ງທຶນຢ່າງສຸດຂີດ ເພື່ອສຸມໃສ່ປະຕິບັດໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດແມ່ນພື້ນຖານໂຄງລ່າງຄົມມະນາຄົມ. ປະຈຸບັນ, ທົ່ວປະເທດມີ 34 ໂຄງການໃຫຍ່, 86 ໂຄງການ ແລະ ໂຄງການພາກສ່ວນສຳຄັນລະດັບຊາດ, ຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຄະນະຊີ້ນຳ ກຳແໜ້ນສະພາບການ; ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ບັນດາໂຄງການ ແລະ ຜັນຂະຫຍາຍໂຄງການໃໝ່; ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນການບຸກເບີກໜ້າພຽງໂດຍໄວ, ກໍຄືຕ້ອງເອົາໃຈໃສ່ເຖິງວຽກງານກະກຽມການລົງທຶນ, ກະກຽມບັນດາບົດລາຍງານ ແລະ ຄວາມສາມາດເປັນໄປໄດ້ຂອງບັນດາໂຄງການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ