ນາຍົກລັດຖະມົນຕີເຢຍລະມັນຊີ້ແຈ້ງຈຸດສຸມໃນການແກ້ໄຂວິກິດການຊາວອົບພະຍົບ

ນາຍົກລັດຖະມົນຕີເຢຍລະມັນຊີ້ແຈ້ງຈຸດສຸມໃນການແກ້ໄຂວິກິດການຊາວອົບພະຍົບ - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
(ພາບ: AFP/TTXVN)

(vovworld) –  ວັນ​ທີ 17/2, ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ສະພາ​ແຫ່ງ​ຊາດ ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸ​ມສຸດ​ຍອດ​ສະຫະພາບ ​ເອີ​ລົບ (EU), ​​ເຊິ່ງເຕ​ື້ອງ​ເຖິງ 3 ບັນຫາ​ໃຫຍ່​ທ່ີ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ ​ນັ້ນແມ່ນ​ວິ​ກິດ​ການ​ຊາວ​ອົບ​ພະຍົບ, ກົດ​ລະບຽບ​ສະມາຊິກ​ຂອງ ອັງກິດ ​ໃນ ອີ​ຢູ ​ແລະ ສະພາບ​ການ​ຢູ່ ຊີຣີ. ກ່ຽວ​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບ, ທ່ານ​ນາງນາຍົກລັດຖະມົນຕີ Angela Merkel ​ໄດ້​ອອກສຽງ​ປົກ​ປ້ອງ​ນະ​​ໂຍບາຍ​ປະຈຸ​ບັນ​ທີ່​ພວມ​ໄດ້ຮັບ​ການ​ປະຕິບັດ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ປະລິມານ​ຊາວ​ອົບ​ພະຍົບ​ເຂົ້າ​​ເອີ​ລົບ.  ທ່ານ​ນາງ​ເນັ້ນ​ໜັກ​ເຖິງ 3 ​ເສົາ​ຄຳ້​ສຳຄັນ​ຂອງ​ມາດ​ຕະການ, ​ເຊິ່ງລວມມີ​ການ​ແກ້​ໄຂ​ສາຍ​ເຫດ​ທີ່ພາ​ໄປ​ເຖິງ​ສະພາບ​ການ​ປະຊາຊົນ​ອອກ​ຈາກ​ປະ​ເທດ​ຊາດ​ໄປ​ອົບ​ພະຍົບ, ສ້າງ​ຕັ້ງ​ເຂດ​ຊາຍ​ແດນ​ນອກ EU ຄືນ​ໃໝ່ ​ແລະ ປັບປຸງ​ກ່ຽວ​ກັບ​ເລື່ອງ​ຮັບ​ຊາວ​ອົບ​ພະຍົບ​ໃນ EU.

        ກ່ຽວ​ຂ້ອງ​ເຖິງ​ບັນຫາ ຊີຣີ, ທ່ານ​ນາງນາຍົກລັດຖະມົນຕີ Merkel ຕີ​ລາຄາ​ສະພາບ​ການ​ມະນຸດ​ສະ​ທຳ​ຢູ່​ປະ​ເທດ​ນີ້​ແມ່ນ “ບໍ່​ສາມາດ​ຮັບ​ຮູ້​ໄດ້” ​ແລະ ສະ​ເໜີ​​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນຢູ່ ຊີຣີ ​ຄືນ​ໃໝ່ເພື່ອ​ແນ​ໃສ່​ປົກ​ປ້ອງ ​ແລະ ຊ່ວຍ​ເຫຼືອ​ບັນດາ​ຜູ້​ຕ້ອງ​ຫຼົບໄພ. ຕໍ່ໜ້າ​ບັນດາ​ຂໍ້​ສະ​ເໜີ​ຂອງ ອັງກິດ, ທ່ານ​ນາງ Merkel ​ໃຫ້​ຂໍ້​ສັງ​ເກດ​ວ່າ​ຂໍ້​ສະ​ເໜີ​ຫຼາຍ​ຢ່າງຂອງ ລອນ​ດອນ ​ແມ່ນ​ເໝາະ​ສົມ ​ແລະ ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້, ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວຂອງ​ອັງກິດ.


ຂ່າວ/ບົດ​ອື່ນ