ນຳການພົວພັນ ຫວຽດນາມ - ຟີລິບປິນ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ ແລະ ເສດຖະກິດ - ການຄ້າໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ
ນຳການພົວພັນ ຫວຽດນາມ - ຟີລິບປິນ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos
(ພາບ: TTXVN)

        ຕອນບ່າຍວັນທີ 08 ຕຸລາ, ເນື່ອງໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos.

        ເມື່ອແລກປ່ຽນກ່ຽວກັບບັນດາຈຸດສຸມຂອງການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືດ້ານກະສິກຳ ແລະ ເສດຖະກິດ - ການຄ້າໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ, ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າຂອງກັນໃຫ້ຫຼາຍກວ່າອີກ, ບັນລຸເປົ້າໝາຍຍົກວົງເງິນການຄ່າ 2 ສົ້ນໃຫ້ຂຶ້ນ 40 ຕື້ USD ໃນປີ 2050 ໂດຍໄວ. ທ່ານກໍ່ສະເໜີໃຫ້ 2 ຝ່າຍຕັ້ງໜ້າຄົ້ນຄວ້າ, ເປີດກວ້າງການຮ່ວມມືອອກສູ່ບັນດາຂົງເຂດໃໝ່, ຮັບໃຊ້ບາດກ້າວບຸກທະລຸຍຸດທະສາດ, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ…

        ສ່ວນທ່ານປະທານາທິບໍດີ Ferdinand Romualdez Marcos ສະເໜີໃຫ້ ຫວຽດນາມ ສືບຕໍ່ໜູນຊ່ວຍ ຟີລິບປິນ ຄ້ຳປະກັນສະບຽງອາຫານ, ພ້ອມກັນຜັນຂະຫຍາຍບັນດາບົດບັນທຶກຊ່ວຍຈຳການຮ່ວມມືດ້ານກະສິກຳ ແລະ ການຮ່ວມມືດ້ານການຄ້າເຂົ້າສານທີ່ໄດ້ລົງນາມໃນຕົ້ນປີ 2024 ນີ້.

        ການນຳ 2 ທ່ານກໍ່ເຫັນດີນຳການພົວພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ກ້າວເຂົ້າສູ່ລວງເລິກ, ແທດຈິງ, ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ກ່ຽວກັບການຮ່ວມມືທາງທະເລ, 2 ຝ່າຍເຫັນດີສືບຕໍ່ໃຫ້ຄຳປຶກສາ, ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາທາງທະເລ, ເພີ່ມທະວີການຮ່ວມມືທາງທະເລ. ການນຳ 2 ທ່ານໄດ້ເຫັນດີສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນ ອາຊຽນ ແລະ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ