ນຳການພົວພັນ ຫວຽດນາມ - ອຽກລັງ ຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ
ນຳການພົວພັນ ຫວຽດນາມ - ອຽກລັງ ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris
(ພາບ: TTXVN)

        ວັນທີ 03 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Dublin, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris. ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ, ໃນນັ້ນ, ພິຈາລະນາສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ; ສະເໜີໃຫ້ ອຽກລັງ ມີນະໂຍບາຍສົ່ງເສີມ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ອຽກລັງ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ການຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ…

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ອຽກລັງ ເພີ່ມທະວີການພົວພັນກັບ ອາຊຽນ; ທ່ານສະເໜີໃຫ້ ອຽກລັງ ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການພົວພັນກັບ ອີຢູ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອຽກລັງ. ຖະແຫຼງການຮ່ວມກໍ່ຍົກອອກບັນດາການກຳນົດທິດຮ່ວມມືລະຫວ່າງບັນດາຂົງເຂດ, ຄື: ການເມືອງ - ການທູດ, ຄວາມໝັ້ນຄົງ, ການສຶກສາ - ບຳລຸງສ້າງ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະກັບທ່ານປະທານສະພາສູງ ອຽກລັງ Jerry Buttimer ແລະ ທ່ານຮອງປະທານສະພາຕ່ຳ Catherine Connolly.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອຽກລັງ, ປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ