ນຳນະຄອນດ່າໜັງກາຍເປັນໜຶ່ງໃນບັນດາຕົວເມືອງໃຫຍ່ຂອງທົ່ວປະເທດໂດຍໄວ

ນຳນະຄອນດ່າໜັງກາຍເປັນໜຶ່ງໃນບັນດາຕົວເມືອງໃຫຍ່ຂອງທົ່ວປະເທດໂດຍໄວ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​
​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າ​ໜັງ
(ພາບ: cand.com.vn)

(vovworld) - ​ຕອນ​ເຊົ້າວັນ​ທີ 29/04, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າ​ໜັງ ​ເພື່ອ​ກວດກາ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ດ່າ​ໜັງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​, ນະຄອນ​ຄວນ​ຍູ້​ແຮງການ​ພັດທະນາ​ເສດຖະກິດ​ໄວ, ໝັ້ນ​ຄົງ​, ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ; ກໍ່ສ້າງ​ລະບົບ​​ການ​ເມືອງ​ປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ​ໃກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນຢ່າງ​ແທ້​ຈິງ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ຢາກ​​ໃຫ້ນະຄອນ ດ່າ​ໜັງ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຕົວ​ເມືອງ​​ໃຫຍ່​ຂອງ​ທົ່ວປະ​ເທດ, ​ແມ່ນ​ໃຈກາງ​ເສດຖະກິດ, ວັດທະນະທຳ, ສັງຄົມ, ກຳລັງ​ໜູນ​ພັດທະນາ​ຂອງ​ເຂດພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ.

ຂ່າວ/ບົດ​ອື່ນ