ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 300 ຄົນຈາກເອີຣົບ, ອາຟຣິກາ ກັບເມືອປະເທດຢ່າງປອດໄພ

(VOVWORLD) -  ໃນລະຫວ່າງວັນທີ 23 – 24 ພຶດສະພາ 2020, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕ່າງໜ້າ ຫວຽດນາມ ປະຈຳ ເອີຣົບ, ອາຟຣິກາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສືບຕໍ່ສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ ປະຕິບັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດຢ່າງປອດໄພ.
ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 300 ຄົນຈາກເອີຣົບ, ອາຟຣິກາ ກັບເມືອປະເທດຢ່າງປອດໄພ - ảnh 1 ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 300 ຄົນຈາກເອີຣົບ, ອາຟຣິກາ ກັບເມືອປະເທດຢ່າງປອດໄພ (ພາບ: TTXVN)

ຜູ້ໂດຍສານຂອງບັນດາຖ້ຽວບິນດັ່ງກ່າວ ແມ່ນບັນດາກໍລະນີຫຍຸ້ງຍາກພິເສດຄືນັກຮຽນມີອາຍຸຕ່ຳກ່ວາ 18 ປີ, ຜູ້ໄປປິ່ນປົວພະຍາດ,ໄປທ່ອງທ່ຽວ…ຈາກບັນດາປະເທດ ເອີຣົບຄື: ເຢຍລະມັນ, ອັງກິດ, ຝຣັ່ງ, ໂປໂລຍ, ເຊັກໂກ, ຮຸງກາຣີ, ປອກຕຸຍການ, ອີຕາລີ, ແດນມາກ…ແລະ ພົນລະເມືອງບາງຄົນຖືກຕົກຄ້າງຢູ່ບາງປະເທດ ອາຟຣິກາ ຄື: ອານເຊຣີ, ນີເຊເຣຍ.

ບັນດາຖ້ຽວບິນດັ່ງກ່າວ ໄດ້ຮັບປະກັນ ຄວາມປອດໄພ, ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ພາຍຫລັງບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ ແລ້ວ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນ ລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ